ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ສາ​ກົນ​ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃໝ່

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ຍົກອອກບັນດາຂໍ້ຈຳກັດໃນການປະຕິບັດການຮ່ວມມືສາກົນພາຍໃນທົ່ວສະຖາບັນໃນປັດຈຸບັນ.
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ສາ​ກົນ​ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃໝ່ - ảnh 1ການໂອ້ລົມສົນທະນາວິທະຍາສາດສາກົນ (ພາບ:dangcongsan.vn

ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໄດ້ຈັດຕັ້ງການໂອ້ລົມສົນທະນາວິທະຍາສາດສາກົນດ້ວຍຫົວຂໍ້: “ການຮ່ວມມືສາກົນຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ: ຜົນສຳເລັດ ແລະ ກຳນົດທິດການພັດທະນາ” ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ (1949 - 2019). ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ, ລວມມີບັນດາການນຳ, ນັກບໍລິຫານ, ນັກວິທະຍາສາດ, ນັກຊ່ຽວຊານທີ່ປະຕິບັດວຽກງານຮ່ວມມືສາກົນຂອງສະຖາບັນ, ຜູ້ຕາງໜ້າບາງຄະນະ, ກະຊວງ, ຂະແໜງການສູນກາງ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ, ພະນັກງານການຕ່າງປະເທດຂອງ ສະຖານທູດ 30 ແຫ່ງ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳຮ່າໂນ້ຍ.

        ທ່ານ ຫງວຽນວຽດຖາວ ຮອງຜູ້ອຳນວຍການສະຖາບັນໄດ້ຕີລາຄາວ່າ: ການໂອ້ລົມສົນທະນາແມ່ນໂອກາດເພີ່ມທະວີຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະຖາບັນ ກັບບັນດາຄູ່ຮ່ວມມືສາກົນ, ປະກອບສ່ວນເຂົ້າການຊຸກຍູ້ການພັດທະນາຂອງ ນັກສຳມະນາກອນ ເວົ້າສະເພາະກໍ່ຄືວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາຂອງ ຫວຽດນາມເວົ້າລວມ. ບັນດາຄູ່ຮ່ວມມືຂອງສະຖາບັນກໍ່ຄືບັນດາຫົວໜ່ວຍ ແລະ ຖັນແຖວພະນັກງານປະຕິບັດວຽກງານການຮ່ວມມືສາກົນສະເໜີໃຫ້ບັນດາທິດທາງ, ວິທີການເພີ່ມທະວີປະສິດທິຜົນ, ຜົນສັກສິດຂອງການເຄື່ອນໄຫວຮ່ວມມືສາກົນຕິດພັນກັບຍຸດທະສາພັດທະນາໃໝ່ຂອງສະຖາບັນ.

ຕອບກັບ

ຂ່າວ/ບົດ​ອື່ນ