ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍ

ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍ - ảnh 1
ກອງ​ປະຊຸມ​ສະຫລຸບ​ແຜນ​ຮ່າງ 554 ກ່ຽວ​ກັບ​ການ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ​ໃຫ້​ປະຊາຊົນ​ຢູ່ເຂດ​ຊົນນະບົດ ​ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄລຍະ 2009 – 2012
(ພາບ: chinhphu.vn)

(vovworld) – ​“​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້, ຄວນ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ສຳລັບ​ປະຊາຊົນ​ໃນ​ເຂດ​ຊົນນະບົດ ​ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ”. ນີ້​ແມ່ນ​ເນື້ອ​ໃນຄຳ​ສັ່ງຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ທີ່​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ​ສະຫລຸບ​ແຜນ​ຮ່າງ 554 ກ່ຽວ​ກັບ​ການ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ​ໃຫ້​ປະຊາຊົນ​ຢູ່ເຂດ​ຊົນນະບົດ ​ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄລຍະ 2009 – 2012, ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ ຫວຽດນາມ ຈັດ​ຕັ້ງ​​ຂຶ້ນເມື່ອ​ວັນ​ທີ 10/4, ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​​ໂຄສະນາກົດ​ໝາຍ ​ເຖິງ​ປະຊາຊົນຢູ່​ເຂດ​ຊົນນະບົດ ​ແລະ ​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເພື່ອ​ຮັບປະ​ກັບ​ສິດຜົນປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ເຂົາ​ເຈົ້າ. ຕ້ອງ​ສຸມ​ໃສ່​ເຜີຍ​ແຜ່​ກົດ​ໝາຍ​ເຂົ້າ​ໃນ​ບາງ​ບັນຫາ​ແທດ​ຈິງ​ໃນ​ປະຈຸ​ບັນ​ສຳລັບ​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖິ່ນ​ຄື: ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ການ​ໃຊ້​ຄວາມ​ຮຸ້ນ​​ແຮງ​ໃນ​ຄອບຄົວ.​.​. ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

“ວຽກ​ງານ​ໂຄ​ສະນາ​ເຜີຍ​ແຜ່​ມີທີ່​ຕັ້ງ​ສຳຄັນ​ໃນ​ການ​ປະຕິບັດ​ກົດໝາຍ. ບ່ອນ​ໃດ​ປະຕິບັດ​ກົດ​ໝາຍ​ດີ ວຽກ​ງານ ຮ້ອງ​ຟ້ອງ​ຈະ​ຫລຸດ​ລົງ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັບ​ປະກັນ, ຄວາມ​ຮູ້​ດ້ານ​ກົດໝາຍ​ຂອງ​ປະຊາຊົນ​ກໍ່ດີ​ກ່ວາ. ພວກ​ເຮົາ​ຕ້ອງ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​​ໃຫ້ແຜນ​ຮ່າງ​ສຳຄັນ​ນີ້​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ ​ແລະ ບັນລຸ​ໄດ້​ຈຸດໝາຍ​ທີ່​​ແຜນ​ຮ່າງ​​ໄດ້​ວາງ​ອອກ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ນຳ​ກົດໝາຍ​​ເຖິງ​ຊາວ​ກະສິກອນ, ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ. ຈຳ​ເປັນຕ​້ອງປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ຊາວ​ກະສິກອນຜ່ານ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ກົດໝາຍ ​ແລະ ນຳ​ໃຊ້​ເຂົ້າ​ຊີວິດ​ການ​ເປັນ​ຢູ່.”

ຂ່າວ/ບົດ​ອື່ນ