ຍົກສູງປະສິດທິຜົນຂອງການເຄື່ອນໄຫວສະພາແຫ່ງຊາດ

ຍົກສູງປະສິດທິຜົນຂອງການເຄື່ອນໄຫວສະພາແຫ່ງຊາດ - ảnh 1
ເຮັດວຽກຂອງສະພາແຫ່ງຊາດ
(ພາບ: QĐND)

(vovworld) –  ວັນ​ທີ 28/3, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື, ຕີ​ລາຄາ​ສັງ​ລວມອາຍຸ​ການ​ເຄື່ອນ​ໄຫວ​ຊຸດ​ທີ 13.  ຄຽງ​ຂ້າງ​ການ​ຮັບ​ຮູ້​ບັນດາ​ຜົນງານ​ຂອງ​ສະພາ​ແຫ່ງ​ຊາດ​ໃນ 5 ປີ​ຜ່ານ​ມາ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກໍ່​ໄດ້​ສະ​ເໜີ​ແນະ​ຫຼາຍ​ມາດຕະການ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ມີ​ຫຼາຍ​ຄຳ​ເຫັນ​​ໄດ້​​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຕໍ່​ເລື່ອ​ງສະ​ພາ​ແຫ່ງ​ຊາດ​ຍົກ​ສູງ​ຄຸນ​ນະພາ​ບ ສສຊ, ພິ​ເສດ​ແມ່ນ ສສຊ ສະ​ເພາະ​ກິດ. ທ່ານ ຮິ່ງ​​ເຫງຍ, ຫົວໜ້າ​ຄະນະ ສສຊ ນະຄອນ ດ່າ​ນັ້ງ, ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ສະໜັບ​ສະ​ໜູນ​​ເລື່ອງເພີ່ມ​ຈຳນວນ ສສຊ ສ​ະ​ເພາະ​ກິດ. ສະພາ​ແຫ່ງ​ຊາດ​ຕ້ອງ​ມຸ່ງ​ໄປ​ເຖິງ​ວິຊາ​ການ ດັ່ງ​ນັ້ນ​ຕ້ອງ​ມີ​ຈຳນວນ ສສຊ ມີ​ຄຸນ​ນະພາ​ບ, ມີ​ຈັນ​ຍາ​ບັນ, ສຸດ​ຈິດ​ສຸດ​ໃຈ​ກັບ ວຽກ​ງານ​ເພື່ອ​ການ​ພັດທະນາ​ຂອງ​ສະພາ​ແຫ່ງ​ຊາດ. ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່​ຄວນ​ຄົ້ນ​ຄ້ວາ, ​ເລືອກ​ເຟັ້ນບັນດາ ສສຊ ສະ​ເພາະ​ກິດ​ທີ່ມີ​ຄວາມ​​​ເກັ່ງ​ກ້າ​ສາມາດ, ມີ​ຈັນ​ຍາ​ບັນ, ມີ​ລະດັບ​ຄວາມ​ຮູ້ຢ່າງ​ແທ້​ຈິງ”

        ຕໍ່ໜ້າ​ສະພາບ​ກາ​ນວຽກງານ​ສ້າງ​ກົດໝາຍ ​ແມ່ນ​ພາລະ​ໜ້າ​ທີ່​ພື້ນຖານ​ຂອງ​ສະພາ​ແຫ່ງ​ຊາດ ​ແຕ່​ຍັງ​ມີ​ບາງກໍ​ລະ​ນີ ກົດໝາຍ​ບໍ່​ທັນ​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ມີ ສສຊ ຫຼາຍ​ທ່ານ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຕ້ອງ “​ເດັດ​ດຽວ​ຄັດຄ້ານ” ​ບັນດາ​ຮ່າງ​ກົດໝາຍ​ບໍ່​ຮັບປະກັນດ້ານ​ຄຸນ​ນະພາ​ບ. ທ່ານ ຫງວຽນ​ວັນ​ຕວຽດ, ສສຊ ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົາ, ສະ​ເໜີ​ວ່າ:

        “ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ສະ​ເໜີ​ມີ​ມາດ​ຕະການ​ແກ້​ໄຂ​ໃນ​ກໍ​ລະ​ນີບໍ່​ຮັບປະກັນ​ຄວາມ​ຄືບ​ໜ້າ, ຕ້ອງ​ປະຕິບັດ​ວິວັດ​ການ​ສ້າງ​ກົດໝາຍ​ຢ່າງ​​ເຄັ່ງ​ຄັດ, ​ເຮັດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວໜ້າ, ​ ບໍ່​​ເຫັນ​ດີ​ຕໍ່​ຮ່າງ​ກົດໝາຍ​ບໍ່​ທັນ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ”

        ກ່ຽວ​ກັບ​​ເລື່ອງຍົກ​ສູງ​ຄຸນ​ນະພາ​ບການ​ຕິດຕາມ ກວດກາ, ທ່ານ ຫງວຽນ​ວັນ​ຕຽນ, ສສຊ ​ແຂວງ ຕ່ຽນຢາງ, ຖື​ວ່າ:

        “ພວກ​​ເຮົາຕ້ອງ​ປ່ຽນ​ແປງ ​ແລະ ສົ່ງ​ເສີມ​ໃຫ້ບັນດາ ສສຊ ລົງ​ຮາກ​ຖານ. ​ແຕ່​ວ່າ​ເມື່ອ​ໄປ​ຕ້ອງ​ມີ​ປະ​ສິດທິ​ຜົນ, ບໍ່​ກໍ່​ຄວາມ​ຫຍຸ້ງຍາກ​​ໃຫ້​ທ້ອງ​ຖິ່ນ ​ແລະ ລາຍ​ຈ່າຍ​ຂອງ​ສະພາ​ແຫ່ງ​ຊາດ, ​ເຮັດ​ໄດ້​ຄື​ແນວ​ນັ້ນມັນ​ຈຶ່ງ​ຕິດ​​ແທດ​ກັບ​ສະພາບ​ຕົວ​ຈິງ. ຂ້າພະ​ເຈົ້າ​ກໍ​ສະ​ເໜີ​ສົ່ງ​ເສີມບັນດາ​ກຳມາ​ທິການ ຕິດຕາມ ກວດກາ, ສຳ​ຫຼວດ, ສົ່ງ​ເສີມ​ການ​ປັບປຸງ​ຮູບ​ການ​ສຳ​ພັດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.”

        ກ່າວ​ຄຳ​ເຫັນ​ອັດ​ວາລະ​ປະຊຸມ​ໃນ​ມື້​ນີ້, ທ່ານ​ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໃຫ້ຮູ້ວ່າ: ​​ຄະນະ​ເລຂາ​ກອງ​ປະຊຸມຈະ​ຮັບ​ເອົາ ​ແລະ ​ເພີ່ມ​ເຕີມບັນດາ​ຄຳ​ເຫັນ​ນີ້ ໃສ່​ຮ່າງ​ບົດ​ລາຍ​ງານ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.


ຂ່າວ/ບົດ​ອື່ນ