ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວການຕ່າງປະເທດ,ໂຄສະນາກ່ຽວກັບທະເລໝູ່ເກາະ

ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວການຕ່າງປະເທດ,ໂຄສະນາກ່ຽວກັບທະເລໝູ່ເກາະ - ảnh 1
(ພາບ​ປະ​ກອບ)

(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 16-17/11 ຢູ່​ນະ​ຄອນ​ເກິນ​ເທີ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ສົ​ມ​ທົບ​ກັບ​ ກອງບັນ​ຊາ​ການ​ກອງ​ທັບເຮືອ​ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ວຽກ​ງານ​​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ, ໂຄ​ສະ​ນາ​ທະ​ເລ, ໝູ່​ເກາະ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ປີ 2015 ໃຫ້​ກຳ​ລັງ​ກອງ​ທັບ​ເຮືອ​ເຂດ​ພາກ​ໃຕ້​ຫວຽດ​ນາມ.

        ທີ່ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ, ບັນ​ດາ​ພະ​ນັກ​ງານ, ຜູ້​ລາຍ​ງານ​ຂອງເຫຼົ່າ​ທັບ​ເຮືອ ໄດ້​ຮັບ​ເອົາ​ບັນ​ດາ​ຄວາມ​ຮູ້, ຂໍ້​ມູນ​ຂ່າວ​​ທີ່​ຈຳ​ເປັນ, ມີ​ປະ​ໂຫຍດ​ຮັບ​ໃຊ້​ເຂົ້າ​ໃນ​ການ​ຜັນ​ຂະ​ຫຍາຍ ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຖະ​ແຫຼງ​ຂ່າວ​ການຕ່າງ​ປະ​ເທດ ໂຄ​ສະ​ນາ​ທະ​ເລ, ໝູ່​ເກາະ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຂອງ​ເຫຼົ່າ​ທັບ​ເຮືອ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່​ບັນ​ດາ​ຫົວ​ເລື່ອງ​ສະ​ເພາະ​ທີ່ສຳ​ຄັນ. ນັ້ນ​ແມ່ນ​ວຽກ​ງານ​​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ ແລະ ວຽກ​ງານ​ສົມ​ທົບ​ກັນ​ໂຄ​ສະ​ນາ​ທະ​ເລ, ໝູ່​ເກາະ ລະ​ຫວ່າງ ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ກັບ ກອງ​ບັນ​ຊາ​ການກອງ​ທັບ​ເຮືອ; ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດອາ​ຊຽນ ແລະ ສາ​ກົນ-ບັນ​ດາ​ບັນ​ຫາ​ໄດ້​ວາງ​ອອກ; ວຽກ​ງານ​​ຖະ​ແຫຼງ​ຂ່າວ​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ກາ​ນ​ໃໝ່; ສະ​ພາບ​ການ​​ຢູ່ທະ​ເລ​ຕາ​ເວັນ​ອອກ​ຫວ່າງມໍ່ໆ​ມານີ້ ແລະ ວຽກ​ງານ​ການ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ.

 

 

 

ຂ່າວ/ບົດ​ອື່ນ