ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດໃນສະພາບການໃໝ່
ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ - ảnh 1ການໂອ້ລົມສົນທະນາ: “ໜ້າທີ່ ແລະ ມາດຕະການຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ”

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາ: “ໜ້າທີ່ ແລະ ມາດຕະການຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດໃນສະພາບການໃໝ່ ແລະ ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. ທ່ານນາງ ເລທິທູຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີ, ຫົວໜ້າກົມຖະແຫຼງຂ່າວ, ໂຄສົກກະຊວງການຕ່າງປະເທດ, ເນັ້ນໜັກວ່າໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ ແມ່ນປະກອບສ່ວນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຜ່ານການຍົກສູງສະຕິຄວາມຮັບຮູ້ ແລະ ສ້າງຄວາມເຫັນດີເຫັນພ້ອມຢ່າງສູງໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນພາຍໃນປະເທດ, ສ້າງການສະໜັບສະໜູນຂອງປະຊາຊົນໃນໂລກທີ່ມີຕໍ່ສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງນັບມື້ນັບສູງຂຶ້ນຂອງ ຫວຽດນາມ ກໍ່ຄືນ້ຳໃຈຄວາມຮັກແພງຂອງເພື່ອນມິດສາກົນໄດ້ສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ວຽກງານພົວພັນຕ່າງປະເທດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ