ຍົກສູງປະສິດທິຜົນເສດຖະກິດແລະຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນການຜະລິດເຂົ້າສານ
ເວທີປາໄສ ຈັດຕັ້ງໃນວັນທີ 5/5
(ພາບ: nhandan.com.vn)
|
(vovworld) – ວັນທີ 5/5, ຢູ່ນະຄອນ ວິແທງ, ສູນສົ່ງເສີມກະສິກຳແຫ່ງຊາດສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຫົ້າຢາງ ໄດ້ຈັດຕັ້ງເວທີປາໄສ ສົ່ງເສີມກະສິກຳ ຄັ້ງທີ 5 ປີ 2015 ດ້ວຍຫົວຂໍ້ວ່າ: “ຍົກສູງປະສິດທິຜົນເສດຖະກິດ ແລະ ຫລຸດຜ່ອນອາຍພິດເຮືອນແກ້ວໃນການຜະລິດເຂົ້າສານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ທີ່ເວທີປາໄສ, ບັນດານັກວິທະຍາສາດໄດ້ແລກປ່ຽນ, ໃຫ້ຂໍ້ມູນຂ່າວກ່ຽວກັບບັນດາໝາກຜົນແຫ່ງການຄົ້ນຄ້ວາ, ບັນດາຮູບແບບການຜະລິດເຂົ້າສານຫລຸດຜ່ອນອາຍພິດເຮືອນແກ້ວ ແຕ່ໄດ້ນຳມາເຊິ່ງປະສິດທິຜົນເສດຖະກິດສຸງ, ພ້ອມທັງພ້ອມກັນແລກປ່ຽນ, ວາງອອກບັນດາມາດຕະການເພື່ອປະຕິບັດໃນໄລຍະຈະມາເຖິງ. ຕາມ ດຣ ຟານຮູຍທົງ, ຜູ້ອຳນວຍການສູນສົ່ງເສີມແຫ່ງຊາດ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຢາກສະໜອງຂໍ້ມູນຂ່າວໃຫ້ຊາວກະສິກອນກ່ຽວກັບໝາກຜົນແຫ່ງການຄົ້ນຄ້ວາ ແລະ ບາງຮູບແບບດີເດັ່ນເພື່ອໃຫ້ພໍ່ແມ່ປະຊຊົນມີກາລະໂອກາດເຂົ້າໃຈຫຼາຍກ່ວາກ່ຽວກັບແຜນນະໂຍບາຍ, ບັນດາພຶດຕິກຳຕົວຈິງ ແລະ ພື້ນຖານດ້ານວິທະຍາສາດທີ່ປະຕິບັດໄດ້ໃນການຫລຸດຜ່ອນລາຄາສົ້ນເຂົ້າໃຫ້ແກ່ການຜະລິດເຂົ້າສານ ແລະ ຫລຸດຜ່ອນອາຍພິດເຮືອນແກ້ວ. ສິ່ງດັ່ງກ່າວຈະສົ່ງຜົນສະທ້ອນໂດຍກົງເຖິງຊີວິດ ແລະ ລາຍຮັບຂອງພໍ່ແມ່ປະຊາຊົນ.”