ຍົກສູງປະສິດທິຜົນແຫ່ງການສົມທົບກັນຜັນຂະຫຍາຍການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ

ຍົກສູງປະສິດທິຜົນແຫ່ງການສົມທົບກັນຜັນຂະຫຍາຍການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ
(ພ​າບ: VGP)


(vovworld) - ວັນ​ທີ 09/03, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ​ແນ​ໃສ່​​ສະ​ຫຼຸບ, ຕີ​ລາ​ຄາວຽກ​ງານ​ປີ 2016, ປຶກ​ສາ​ຫາ​ລື​ທິດ​ທາງ, ໜ້າ​ທີ່ປີ 2017. ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ແລະ ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ເປັນສະ​ມາ​ຊິກ​ຂອງ​ຄະ​ນະ​ຊີ້ນ​ຳ.

        ກ່າວ​ຄຳ​ເຫັນ​ສະ​ຫຼ​ຸບ​ວາ​ລະ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ ການ​ເຊື່ອມ​ໂຍງ​ໄດ້​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈ​ິງ​ໃ​ຫ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ພ້ອມ​ທັງ​ຊຸກ​ຍູ້​ວິ​ວັດ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ພາຍ​ໃນ​ປະ​ເທດ​ ຕາມ​ມາດ​ຕະ​ຖານ​ສາ​ກົນໃຫ້​ສຳ​ເລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ: ເປັນ​ຄັ້ງ​ທີ 2 ​ທີ່ຫວຽດ​ນາມ ​ໄດ້ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ​ປາ​ຊີ​ຟິກ, ນີ້ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດເພື່​ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ລ​ວມ​ຂອງ​ເວ​ທີ​ປາ​ໄສ​ເທົ່າ​ນັ້ນ, ຫາ​ກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ​ເພີ່ມ​ທະ​ວີ​ການໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ການ​ເຊື່ອມ​ຕໍ່​ກັບ​ຄູ່​ຮ່ວມ​ມື, ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ​ປາ​ຊີ​ຟິກ ເລິກ​ເຊິ່ງກວ່າອີກ​ດ້ວຍ. ສຳ​ລັບ​ວຽກ​ງານສື່ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ​ຽກ​ຮ້ອງ​ຄວນມີ​ບັນ​ດາ​ມາດ​ຕະ​ການ, ວິ​ທີ​ສຳ​ຜັດ​ທີ່​ດີກວ່າ​ອີກ ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​​ໄດ້ສຳ​​ຜັດ​ກັບ​ຂໍ້​ມ​ູ​ນຂ່າວ​ສານ​ກ່ຽວ​ກັບ​ການ​ເຊື່ອ​ມ​ໂຍງຢ່າງງ່າຍ​ດາຍ ແລະ ສະ​ດວກກວ່າ.

ຂ່າວ/ບົດ​ອື່ນ