ຍົກສູງປະສິດທິຜົນໃນການຄຸ້ມຄອງແລະນຳໃຊ້ທີ່ດິນຢູ່ບັນດານິຄົມກະເສດ,ນິຄົມປ່າໄມ້

ຍົກສູງປະສິດທິຜົນໃນການຄຸ້ມຄອງແລະນຳໃຊ້ທີ່ດິນຢູ່ບັນດານິຄົມກະເສດ,ນິຄົມປ່າໄມ້ - ảnh 1
ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ​້​ປຶກສາ​ຫາລື​ໃນ​ວັນ​ທີ 10/11
(ພາບ: VnEconomy)

(vovworld) ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ຢູ່​ບັນດານິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ແຫ່ງ​ລັດ ​ໄລຍະ 2004 – 2014 ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ​້​ປຶກສາ​ຫາລື​ໃນ​ວັນ​ທີ 10/11 ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ​ເພື່ອ​​ເຮັດ​ໃຫ້ການຊັບຊ້ອນ​ປ່ຽນ​ໃໝ່​ບັນດາ​ບໍລິສັດກະ​ສີ​ກຳ​, ​ປ່າ​ໄມ້ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ ຄວນກຳນົດ​ແຈ້ງ​ຄວາມ​ຮັບຜິດ​ຊອບຂອງ​ຜູ້ນຳ​ໜ້າ​ກະຊວງ, ຂະ​ແໜງ​ການ,ທ້ອງ​ຖິ່ນ ວິ​ສາ​ຫະກິດ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນຂອງບັນດາ​ບໍລິສັດ​ກະ​ສີ​ກຳ, ປ່າ​ໄມ້. ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ເນັ້ນ​ໜັກ​ວ່າ: ຕ້ອງ​ມີ​ມາດ​ຕະການຢ່າງ​ເຂັ້ມ​ງວດ, ຂ້ຽວຂາດ ​ເພື່​​ອ​ແນ​ໃສ່​ປະຕິບັດ​​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາ​ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ແຫ່ງ​ລັດ ຢ່າງ​ມີ​ປະສິດທິ​ຜົນ. ທ່ານນາງ ຫງວຽນ​ທູ​ແອ​ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ​ເລີມ​ດົ່ງ ສະ​ເໜີ​ວ່າ:

        “ກວດກາ​ຄືນກອງ​ທຶນ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ບັນດາ​ແຂວງ ນະຄອນ​ເວົ້າ​ສະ​ເພາະ. ສັງ​ລວມສະພາບ​ຂາດ​ທີ່ດິນ​ຢູ່ອາ​ໄສ ​ແລະ ທີ່ດິນທຳ​ການ​ຜະລິດ​ຢູ່​ແຕ່ລະ​ທ້ອງຖິ່ນ, ​ໄຈ້​ແຍກສາຍ​ເຫດ​ເດັດ​ດຽວ. ຖອນ​ຄືນ​ເນື້ອ​ທີ່​ດິນ ທີ່ນຳ​ໃຊ້ຢ່າງຜິດ​ກັບ​ເປົ້າ​ໝາຍ, ບໍ່​ມີ​ປະສິດທິ​ຜົນ, ກໍ່​ຄວາມ​ຟຸມ​ເຟືອຍ, ການ​ຮົ່ວ​ໄຫລ. ປັບ​ໄໝລົງ​ໂທດ​ບັນດາ​ສ່ວນ​ບຸກຄົນ, ທ້ອງ​ຖິ່ນທີ່​ນຳ​ໃຊ້​ທີ່​ດິນ​ຜິດ​ກັບ​ເປົ້າ​ໝາຍ, ບໍ່​ຖືກຕ້ອງຕາ​ມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ”

        ສິ້ນ​ສຸດ​ວາລະ​ປະຊຸມ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ບັນດາ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແມ່ນອຸດົມສົມ​ບູນ, ​ເຮັດ​ແຈ້ງ​ສະພາບ​ຂະ​ບວນ​ວິວັດ​ແຫ່ງາ​ການ, ສ້າງ​ຕັ້ງ ​ແລະ ​ພັດທະນາ ຜ່ານ​ບັນດາ​ໄລຍະ​ຫັນປ່ຽນ​ຂອງ​ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ແຫ່ງ​ລັດ ກໍ່ຄື​ສະພາບ​ການ​ນຳ​ໃຊ້​, ຄຸ້ມ​ຄອງ​ທີ່​ດິນຢູ່​ບັນດາ ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ແຫ່ງ​ລັດ. ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຊິ້​ແຈ້ງວ່າ:

        “​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ ກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາ ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ແຫ່ງ​ລັດ​ໃນ 10 ປີຜ່ານມາ​ ແມ່ນໄດ້​ຮັບ​ການປະຕິບັດ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໂຄງການ​ຕິດຕາມ​ກວດກາ​ປີ 2015. ອີງ​ໃສ່​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ປະກາດ​ໃຊ້ມະຕິ. ​ໃນ​ນັ້ນ ສະພາ​ແຫ່ງ​ຊາດ ມອບ​ໝາຍ​ໃຫ້​ລັດຖະບານ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍກົດໝາຍກ່ຽວ​ກັບ​ທີ່​ດິນ ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​. ປີ 2016, ລັດຖະບານ ຄວນ​ປັບປຸງ​​ແຜນ​ຮ່າງ​ຊັບຊ້ອນ, ປ່ຽນ​ໃໝ່​ບັນດາ​ບໍລິສັດ​ກະ​ສິກຳ ປ່າ​ໄມ້​​ໄລຍະ​ປີ 2016 – 2020 ​ໃຫ້​ສຳ​ເລັດ ​”.

 

 

ຂ່າວ/ບົດ​ອື່ນ