ຍົກສູງປະສິທິຜົນການຮ່ວມມືລົງທຶນ ຫວຽດນາມ - ອິນໂດເນເຊຍ

(VOVWORLD) -ວັນທີ 10 ຕຸລາ, ທີ່ສູນກະຈາຍສຽງແຫ່ງຊາດ ຫວຽດນາມ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ “ການຮ່ວມມືມິດຕະພາບຍົກສູງປະສິດທິຜົນເພື່ອສົ່ງເສີ່ມການລົງທຶນ ຫວຽດນາມ - ອິນໂດເນເຊຍ”.

ຍົກສູງປະສິທິຜົນການຮ່ວມມືລົງທຶນ ຫວຽດນາມ - ອິນໂດເນເຊຍ - ảnh 1 (ທີ່ກອງປະຊຸມສຳມະນາ “ການຮ່ວມມືມິດຕະພາບຍົກສູງປະສິດທິຜົນ

ເພື່ອສົ່ງເສີ່ມການລົງທຶນ ຫວຽດນາມ - ອິນໂດເນເຊຍ”)

ກອງປະຊຸມສຳມະນາເພື່ອແນໃສ່ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາການພົວພັນສອງປະເທດ, ພິເສດໃນບັນດາຂົງເຂດເສດຖະກິດການຄ້າ. ໄລຍະຜ່ານມາວົງເງິນການແລກປ່ຽນສິນຄ້າ 2 ສົ້ນ ເພີ່ມຂຶ້ນຈາກ 4 ຕື້ໂດລາສະຫະລັດ ໃນປີ 2012 ຂຶ້ນເປັນ 5,6 ຕື້ໂດລາສະຫະລັດ ໃນປີ 2016, ສອງປະເທດເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຫຼາຍດ້ານ, ສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນເປັນ 8 ຕື້ໂດລາສະຫະລັດ ໃນປີ 2018 ແລະ ບັນລຸໄດ້ 10 ຕື້ໂດລາສະຫະລັດ ໂດຍໄວ. ທີ່ກອງປະຊຸມສຳມະນາ, ທ່ານ Ibnu Hadi, ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ: ທ່າແຮງຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນສຸມໃສ່ບາງຂົງເຂດຄື ການຄົ້ນຫາ, ສຳຫຼວດຂຸດຂົ້ນນ້ຳມັນອາຍແກັສ, ຖ່ານຫີນ, ຊີມັງ. ປະຈຸບັນສອງປະເທດພວມຄົ້ນຄວ້າເປີດກວ້າງການຮ່ວມມືໄປສູ່ຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ຂະແໜງວິທະຍາສາດເຕັກນິກ, ສື່ສານ, ກໍ່ສ້າງ, ທ່ອງທ່ຽວ ແລະ ຂົນສົ່ງ.

        “ການເຕີບໂຕຂອງ ຫວຽດນາມ ຈາກ 6 – 7% ໝາຍຄວາມວ່າ ກາລະໂອກາດການພັດທະນາການຄ້າແມ່ນໃຫຍ່ຫຼວງ. ເຖິງວ່າ ຫວຽດນາມ ແມ່ນປະເທດພວມພັດທະນາ ແຕ່ພື້ນຖານເສດຖະກິດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນສູງ, ຄວາມຕ້ອງການຂອງປະຊາຊົນນັບມື້ນັບເພີ່ມຂຶ້ນສູງ, ມີສິນຄ້າຫຼາຍຢ່າງເປັນທ່າແຮງຄື ສິນຄ້າໃຊ້ສອຍ, ສິນຄ້າອຸດສາຫະກຳ, ໂຄງການພື້ນຖານໂຄງລ່າງ… ແລະ ກົງກັນຂ້າມ ອິນໂດເນເຊຍກໍ່ເຊັ່ນດຽວກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ