ຍົກສູງສະຕິຂອງຊາວປະມົງຈາກສານສົມມຸດຖານກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU
(VOVWORLD) - ບັນດາວາລະສານສົມມຸດຖານ ໄດ້ຈັດຂຶ້ນຕາມກໍລະນີໃນຕົວຈິງ, ພິພາກສາບັນດາໂທດກຳທີ່ກ່ຽວຂ້ອງເຖິງການກະທຳລະເມີດຂໍ້ກຳນົດການຂຸດຄົ້ນ IUU.
ພາບປະກອບ: VOV |
ໃນວັນທີ 18 – 19 ພະຈິກ, ຢູ່ແຂວງ ເລິມດົ່ງ, ບັນດາຫົວໜ່ວຍລວມມີ: ສານປະຊາຊົນແຂວງ, ທະຫານປ້ອງກັນຊາຍແດນແຂວງ, ກອງບັນຊາການກອງທັບເຮືອເຂດ 3, ອົງການກວດກາການປະມົງ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດວາລະສານສົມມຸດຖານ ໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢູ່ບັນດາຕາແສງໃນບໍລິເວນແຂວງ. ບັນດາວາລະສານສົມມຸດຖານ ໄດ້ຈັດຂຶ້ນຕາມກໍລະນີໃນຕົວຈິງ, ພິພາກສາບັນດາໂທດກຳທີ່ກ່ຽວຂ້ອງເຖິງການກະທຳລະເມີດຂໍ້ກຳນົດການຂຸດຄົ້ນ IUU. ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ຊາວປະມົງມີຄວາມເຂົ້າໃຈແຈ້ງກ່ຽວກັບຜົນຕາມມາດ້ານນິຕິກຳຂອງການກະທຳລະເມີດເທົ່ານັ້ນ ຫາກຍັງສ້າງການຕອບສະໜອງແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງສະຕິໃນການປະຕິບັດກົດໝາຍ, ຮ່ວມແຮງຮ່ວມໃຈປົກປ້ອງແຫຼ່ງສິນໃນນ້ຳ ແລະ ຮັກສາອິດທິພົນຊື່ສຽງຂອງປະເທດຊາດໃນວິວັດການຍົກເລີກບັດເຫຼືອງ IUU ແລະ ພັດທະນາອາຊີບຫາປາແບບຍືນຍົງ.