ຍົກສູງສະຕິຄວາມຮັບຮູ້ເພື່ອສະກັດກັ້ນສະພາບການຄ້າມະນຸດ

(VOVWORLD) - ຜ່ານການໂຄສະນາສື່ສານນີ້, ສະມາຊິກ ສະຫະພັນແມ່ຍິງ, ແມ່ຍິງ ແລະ ປະຊາຊົນມີຄວາມຮູ້ຕື່ມອີກກ່ຽວກັບວຽກງານປ້ອງກັນ, ຕ້ານການຄ້າມະນຸດ, ອົບພະຍົບຢ່າງຜິດກົດໝາຍ; ພ້ອມທັງຮູ້ວິທີ, ເລ່ຫຼ່ຽມ...
ຍົກສູງສະຕິຄວາມຮັບຮູ້ເພື່ອສະກັດກັ້ນສະພາບການຄ້າມະນຸດ - ảnh 1ການໂຄສະນາກ່ຽວກັບຕ້ານການຄ້າມະນຸດຢູ່ແຂວງ ຫາຍເຢືອງ (ພາບ: thanhphohaiphong.gov.vn)

ຕອນບ່າຍວັນທີ 09 ສິງຫາ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງນະຄອນ ຫາຍຟ່ອງ ຈັດການໂຄສະນາສື່ສານກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ແລະ ອົບພະຍົບຢ່າງຜິດກົດໝາຍ ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງ ແລະ ປະຊາຊົນ. ຜ່ານການໂຄສະນາສື່ສານນີ້, ສະມາຊິກ ສະຫະພັນແມ່ຍິງ, ແມ່ຍິງ ແລະ ປະຊາຊົນມີຄວາມຮູ້ຕື່ມອີກກ່ຽວກັບວຽກງານປ້ອງກັນ, ຕ້ານການຄ້າມະນຸດ, ອົບພະຍົບຢ່າງຜິດກົດໝາຍ; ພ້ອມທັງຮູ້ວິທີ, ເລ່ຫຼ່ຽມ ແລະ ຜົນຮ້າຍອັນຮ້າຍແຮງຂອງອາດຊະຍາກຳຄ້າມະນຸດທາງເຄືອຂ່າຍອິນເຕີເນັດ, ຍົກສູງຈິດໃຈລະມັດລະວັງໃນການປ້ອງກັນ, ຕ້ານບັນຫາດັ່ງກ່າວ, ນຳມາເຊິ່ງຄວາມປອດໄພໃນສັງຄົມໃຫ້ທຸກຄົນ. ສະເພາະຢູ່ ຫວຽດນາມ, ໃນ 6 ເດືອນຕົ້ນປີ 2022, ທົ່ວປະເທດໄດ້ກວດພົບ, ສືບສວນ 33 ເຫດການດ້ວຍ 75 ເປົ້າໝາຍອາດຊະຍາກຳຄ້າມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ