ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ 2013 ໃນສັງຄົມ

ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ 2013 ໃນສັງຄົມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 14/4, ຢູ່​ນະຄອນ ຍາ​ຈາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ​ໂຄສະນາ​ເຜິ​ຍ​ແຜ່, ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013, ​ໃຫ້​ນັກ​ຂ່າວ, ບັນນາທິການ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ ​ແລະ ພະນັກງານ​ບັນດາ​ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່ສານຂອງແຂວງດ ນະຄອນທາງ​ພາກ​​ໃຕ້. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​່ສານ ຫວຽດນາມ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ, ຄຸນຄ່າ​ຂອງ​ລັດຖະທຳ​ມະນູນ ສສ ຫວຽດນາມ ປີ 2013, ຊິ່ງໄດ້ຮັບການຮັບຮອງ​ເອົາ​ທີ່​ກອງ​ປະຊຸມສະ​ໄໝ​ສາມັນຄັ້ງທີ 6 ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ແລະ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014 ເປັນຕົ້ນໄປ. ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ ​ເນັ້ນ​ໜັກ​ບັນດາ​ອ​ົງການ​ສື່​ມວນ​ຊົນ​ຕ້ອງ​ສ້າງ​ແຜນການ​ໂຄສະນາ​ເຜີ​ຍ​ແຜ່, ​ເປີດລາຍການ, ຄໍ​ລຳ, ປະກອບສ່ວນ​​ນຳ​ເນື້ອ​ໃນ​ລັດຖະທຳ​ມະນູນ​​ເຂົ້າ​ສູ່ຊີວິດ​ສັງຄົມ, ຕິດ​ພັນ​ກັນ​ໂຄສະນາ​ລັດຖະທຳ​ມະນູນ ດ້ວຍ​ການ​ຂົນຂວາ​ຍຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ.

        ທີ່​ກອງ​ປະຊຸມ, ນອກຈາກ​ເລື່ອງ​ໂຄສະນາ, ​ເຜີ​ຍ​ແຜ່​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ປີ 2013, ທ່ານ​ສາດສະດາຈານ, ດຣ ​ເຈີ່ນ​ງອກ​ເດື່ອງ, ນັກ​ຊ່ຽວຊານ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ, ຜູ້​ປະຈຳການ​ຄະນະ​ປັບປຸງ​ລັດຖະທຳ​ມະນູນ​ໄດ້​ແນະນຳ, ​ໄຈ້​ແຍກ​ບັນດາ​ຈຸດ​ໃໝ່​ທີ່ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໃນ​ລັດຖະທຳ​ມະນູນ. ​ໃນ​ນັ້ນ, ລັດຖະທຳ​ມະນູນ​ປີ 2013 ໄດ້ເຊີດຊູສິດ​ອຳນາດ​ຂອງ​ລັດ​ຂຶ້ນ​ກັບ​ປະຊາຊົນ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ້​ຮັບ​ການ​ສ້າງຂຶ້ນ​ຢ່າງ​ຄົບ​ຖ້ວນ, ​ເປັນ​ເອກະພາບກັນ ​ແລະ ​ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນ​.

 

ຂ່າວ/ບົດ​ອື່ນ