ຍັງບໍ່ທັນກຳນົດໄດ້ວັນເວລາ ດຳເນີນການພົບປະລະຫວ່າງທ່ານປະທານາທິບໍດີ ຢູແກຼນ ແລະ ລັດເຊຍ

(VOVWORLD) -ເວລາ ແລະ ສະພາບການຈັດຕັ້ງການພົບປະລະຫວ່າງປະທານາທິບໍດີ ສອງປະເທດ ຍັງບໍ່ທັນໄດ້ກຳນົດເທື່ອ.
ຍັງບໍ່ທັນກຳນົດໄດ້ວັນເວລາ ດຳເນີນການພົບປະລະຫວ່າງທ່ານປະທານາທິບໍດີ ຢູແກຼນ ແລະ ລັດເຊຍ   - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ (ພາບ: TTXVN)

ວັນທີ 27 ເມສາ, ທ່ານ Mykhailo Podolyak ຫົວໜ້ານັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ຍັງບໍ່ທັນກຳນົດໄດ້ວັນເວລາດຳເນີນການພົບປະລະຫວ່າງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Vladimir Putin   ປະທານາທິບໍດີ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ ໂດຍບໍ່ເອົາໃຈໃສ່ຕໍ່ຄວາມມານະພະຍາຍາມຂອງ ຕວັກກີ ເພື່ອແນໃສ່ຈັດການພົບປະກັນ.

        ທ່ານ Mykhailo Podolyak ຫົວໜ້ານັກເຈລະຈາ ຢູແກຼນ ແລ້ວ, ເວລາ ແລະ ສະພາບການຈັດຕັ້ງການພົບປະລະຫວ່າງປະທານາທິບໍດີ ສອງປະເທດ ຍັງບໍ່ທັນໄດ້ກຳນົດເທື່ອ.

        ກ່ອນໜ້ານັ້ນ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນວັນທີ 26 ເມສາ ຢູ່ ມົດສະກູ, ທ່ານປະທານາທິບໍດີ Vladimir Putin   ໄດ້ເນັ້ນໜັກວ່າ ມົດສະກູ ບໍ່ປະຕິເສດເລື່ອງດຳເນີນການເຈລະຈາກັບ ກີແອັບ ແລະ ຫວັງວ່າ ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງດ້ວຍຊ່ອງທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ