ຍັງມີກາລະໂອກາດຫຼາຍຢ່າງໃນການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ຊູແອັດ

(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ໃນໄລຍະຈະມາເຖິງ, 2 ປະເທດຄວນຮ່ວມມືກັນຢ່າງແໜ້ນແຟ້ນ, ບັນລຸປະສິທິຜົນກວ່າ, ໂດຍສະເພາະແມ່ນໃນຂົງເຂດການຄ້າແລະ ການລົງທຶນ.
ຍັງມີກາລະໂອກາດຫຼາຍຢ່າງໃນການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ຊູແອັດ - ảnh 1ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຕ້ອນຮັບທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ
(ພາບ: TTXVN)

        ຊູແອັດ ແມ່ນຕະຫຼາດສຳຄັນສຳລັບ ຫວຽດນາມ ໃນບັນດາປະເທດຂຶ້ນກັບກຸ່ມ ເອີລົບເໜືອ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ເປີດກວ້າງຂອບຂະໜາດດ້ານການຄ້າ 2 ຝ່າຍ, ຍ້ອນໂຄງປະກອບສິນຄ້ານຳເຂົ້າ - ສົ່ງອອກລະຫວ່າງ 2 ປະເທດ ບໍ່ພຽງແຕ່ສ້າງການແກ່ງແຍ້ງໂດຍກົງເທົ່ານັ້ນ ຫາກຍັງມີລັກສະນະເພີ່ມຕື່ມໃຫ້ແກ່ກັນ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ປະຊາຄົມວິສາຫະກິດຂອງ 2 ປະເທດສ້າງ, ປັບປຸງການພົວພັນຮ່ວມມື ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນສຳລັບບັນດາຂະແໜງສິນຄ້າ ເຊິ່ງຕ່າງຝ່າຍຕ່າງມີທ່າແຮງ ແລະ ຄວາມຕ້ອງການ. ລະອຽດ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ຜະລິດຕະພັນກະເສດ, ສິນໃນນ້ຳ… ຂອງ ຫວຽດນາມ; ຫຼື ທາດເຄມີ, ຢຸກຢາ, ເຄື່ອງເອເລັກໂຕນິກ, ພາຫະນະເຄືຶ່ອງຈັກຂອງ ຊູແອັດ. ຂໍ້ມູນຂ່າວດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ຍົກອອກມາ ທີ່ການຕ້ອນຮັບທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ, ໃນວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ໃນໄລຍະຈະມາເຖິງ, 2 ປະເທດຄວນຮ່ວມມືກັນຢ່າງແໜ້ນແຟ້ນ, ບັນລຸປະສິທິຜົນກວ່າ, ໂດຍສະເພາະແມ່ນໃນຂົງເຂດການຄ້າແລະ ການລົງທຶນ. ສ່ວນທ່ານນາງ Ann Mawe, ຢືນຢັນວ່າ, ຍາມໃດ ຊູແອັດ ກໍ່ປາດຖະໜາຢາກເພີ່ມທະວີ ພັດທະນາການຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານ ແລະ ການພັດທະນາແບບຍືນຍົງ, ຊູແອັດ ມີບົດຮຽນຕົວຈິງຫຼາຍຢ່າງ ແລະ ບັນດາວິສາຫະກິດພວມມີບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີເພື່ອຊຸກຍູ້ການຫັນເປັນສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ