ຍິງສຳເລັດລູກສອນໄຟນຳດາວທຽມ NanoDragon ຂອງຫວຽດນາມ

(VOVWORLD) -ໃນເວລາ 11 ໂມງ 30 ນາທີ, ເປັນຄັ້ງທຳອິດດາວທຽມ NanoDragon ບິນຜ່ານເຂດນ່ານຟ້າຂອງ ຫວຽດນາມ.
ຍິງສຳເລັດລູກສອນໄຟນຳດາວທຽມ NanoDragon ຂອງຫວຽດນາມ  - ảnh 1ລູກສອນໄຟ Epsilon ເລກ 5 ໄດ້ຍິງຂຶ້ນວົງໂຄຈອນ, ນຳເອົາດາວທຽມ NanoDragon ຂອງ ຫວຽດນາມ ຂຶ້ນໄປນຳ
(ພາບ: TTXVN)

ໃນເວລາ 7 ໂມງ 55 ນາທີ 16 ວິນາທີ (ຕາມເວລາ ຫວຽດນາມ) ຂອງວັນທີ 09 ພະຈິກ, ລູກສອນໄຟ Epsilon ເລກ 5 ໄດ້ຍິງຂຶ້ນວົງໂຄຈອນ, ນຳເອົາດາວທຽມ NanoDragon ຂອງ ຫວຽດນາມ ຂຶ້ນໄປນຳ. ໃນເວລາ 9 ໂມງ 7 ນາທີ (ຕາມເວລາ ຫວຽດນາມ) ດາວທຽມ NanoDragon ໄດ້ແຍກອອກຈາກລູກສອນໄຟ Epsilon ເລກ 5 ສຳເລັດ ແລະ ບິນເອງໃນອາວະກາດ. ໃນເວລາ 11 ໂມງ 30 ນາທີ, ເປັນຄັ້ງທຳອິດດາວທຽມ NanoDragon ບິນຜ່ານເຂດນ່ານຟ້າຂອງ ຫວຽດນາມ.

        ດາວທຽມ NanoDragon ໄດ້ຮັບການຄົ້ນຄວ້າ, ອອກແບບ, ຜະລິດຢູ່ ຫວຽດນາມ 100%, ເຊິ່ງໄດ້ຮັບການພັດທະນາດ້ວຍຈຸດປະສົ່ງທີ່ພິສູດວ່າ ສາມາດນຳໃຊ້ເຕັກໂນໂລຊີດາວທຽມຂະໜາດນ້ອຍສຸດຫຼາຍອັນເພື່ອຮັບສັນຍານຮັບຮູ້ (AIS) ກ່ຳປັ່ນແບບອັດຕະໂນມັດ, ນຳໃຊ້ຈຸດປະສົງຕິດຕາມພາຫະນະບົນທະເລ.

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ, ຜູ້ມີໜ້າຢູ່ສູນອາວະກາດ Uchinoura ເພື່ອສັງເກດການເຫດຍິງດັ່ງກ່າວ, ແບ່ງປັນວ່າ: ເຫດການຄັ້ງນີ້ ອີກຄັ້ງໜຶ່ງໄດ້ພິສູດໃຫ້ເຫັນເລື່ອງ ຫວຽດນາມ ສາມາດເປັນເຈົ້າ ແລະ ພັດທະນາຂະແໜງອຸດສາຫະກຳອາວະກາດຂອງສະເພາະຕົນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ