ຍຸດທະສາດນຳເຂົ້າ ແລະ ສົ່ງອອກສິນຄ້າໄລຍະ 2011- 2020

ຍຸດທະສາດນຳເຂົ້າ ແລະ ສົ່ງອອກສິນຄ້າໄລຍະ 2011- 2020 - ảnh 1
ສິນຄ້ານຳເຂົ້າຈາກຕ່າງປະເທດ
ພາບປະກອບ: internet


(vovworld)- ຫວຽດນາມ ຕ້ອງ​ມີ​ຍຸດ​ທະ​ສາດ​ນຳ​ເຂົ້າ​ ​ແລະ ສົ່ງ​ອອກ​ສິນຄ້າ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ຂໍ້​ສັງ​ເກດ​ດັ່ງກ່າວ​ຖືກ​ຍົກ​ອອກ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ຜົນ​ກະທົບ​ຂອງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ​ທີ່​ມີ​ຕໍ່​ດ້ານ​ເສດຖະກິດ ​ແລະ ການ​ຄ້າ ຫວຽດນາມ - ຂໍ້​ສະ​ເຫ​ນີນະ​ໂຍບາຍ​ປະຕິບັດ​ຍຸດ​ທະ​ສາດ ນຳ​ເຂົ້າ​ ​ແລະ ສົ່ງ​ອອກສິນຄ້າ​ໄລຍະ 2011- 2020, ການ​ກຳນົດ​ທິດ​ເຖິງ​ປີ 2030 ​ຈັດ​ຂຶ້ນ​ ໃນ​ວັນ​ທີ 10/4 ຢູ່ ຮ່າ​ໂນ້ຍ. ບັນດາ​ຜູ້​ຊ່ຽວຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຖ້າ​ຫາກ​​ເລື່ອງ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ  WTO, ກຳລັງ​ດັນ​ໃຫຍ່​ສຸດ​ສຳລັບ ຫວຽດນາມ ​ແມ່ນ​ລະບອບກົດໝາຍ ​ແລະ ບໍລິການ, ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ແລະ ພາກ​ພື້ນ​ພັດ​ສ້າງ​ກຳລັງ​ດັນ​ເຖິງ​ການ​ຄ້າ ຍ້ອນ​ລະດັບ​ຫລຸດຜ່ອນ​ພາສີ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ອາ​ຊຽນ.  ທ່ານ Nguyen Thanh Bien ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ຖື​ວ່າ:

        “​ໃນ 5 ປີ ຜ່ານ​ມາ, ພວກ​ເຮົາ​ຍັງ​ຄົງ​ໄດ້​ຊົມ​ໃຊ້​ບັນດາ​ບຸລິມະສິດ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ພາສີ ​ແລະ ​ເປີດ​ປະຕູ​ຕະຫລາດ​ຂອງ​ບັນດາ​ຄູ່​ຮ່ວມ​ມື ອາ​ຊຽນ + ຊຶ່ງ​ເຂົາ​ເຈົ້າ​ມີ​ເຂດ​ການ​ຄ້າ​ເສລີ​ທີ່​ໄດ້​ລົງ​ນາມ. ນີ້​ແມ່ນ​ກາລະ​ໂອກາດ​ໃຫຍ່ ​ແຕ່​ກໍ​ແມ່ນ​ສິ່ງ​ທ້າ​ທາຍ, ​ເພາະວ່າ ໝົດ​ປີ 2015 ພວກ​ເຮົາ​ຕ້ອງ​ມີ​ຄຳ​ໝັ້ນ​ສັນຍາ​ຫລຸ​ດຜ່ອນ​ພາສີ ​ແລະ ​ເປີດ​ປະຕູ​ຕະຫລາດ​ຄື ບັນດາ​ຄູ່​ຮ່ວມ​ມື ອາ​ຊຽນ ​ແລະ ອາ​ຊຽນ +. ບັນຫາ​ວາງ​ອອກ​ນັ້ນ​ແມ່ນ ​ໃນ 3, 4 ປີ​ຈະ​ມາ​ເຖິງ ພວກ​ເຮົາ​ຍາດ​ແຍ່ງ​ກາລະ​ໂອກາດ​ນີ້ ​ແລະ ນຳ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມການແກ້ງ​ແຍ້​ງຢ່າງ​ສະ​ເໝີ​ພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ