ຍຸດທະສາດພັດທະນາກະສິກຳ ແລະຊົນນະບົດແບບຍືນຍົງໄລຍະ 2021-2030, ວິໄສທັດຮອດປີ 2050

(VOVWORLD) -ເປົ້າໝາຍລະອຽດຮອດປີ 2030, ການຈະເລີນເຕີບໂຕ GDP ຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸລະດັບສະເລ່ຍ 2,5-3%/ປີ
 ຍຸດທະສາດພັດທະນາກະສິກຳ ແລະຊົນນະບົດແບບຍືນຍົງໄລຍະ 2021-2030, ວິໄສທັດຮອດປີ 2050 - ảnh 1ຮອດປີ 2050 ຫວຽດນາມກາຍເປັນຫນຶ່ງໃນບັນດາປະເທດມີພື້ນຖານກະສິກຳແຖວຫນ້າໂລກ.ພາບ:chinhphu.vn

ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຫາກໍ່ເຊັນອະນຸມັດຜ່ານຍຸດທະສາດພັດທະນາກະສິກຳ ແລະຊົນນະບົດແບບຍືນຍົງໄລຍະ 2021-2030, ວິໄສທັດຮອດປີ 2050. ເປົ້າໝາຍລວມແມ່ນກໍ່ສ້າງພື້ນຖານກະສິກຳການຜະລິດສິນຄ້າພ້ອມທັງພັດທະນາກະສິກຳໂດຍອີງໃສ່ທ່າໄດ້ປຽບຂອງທ້ອງຖິ່ນ ຕາມທິດທັນສະໄຫມມີສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ຍືນຍົງ ແລະ ກຳລັງແກ້ງແຍ້ງສູງ ນອນໃນ TOP ນຳຫນ້າຂອງພາກພື້ນ ແລະ ໂລກ, ຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາເສດຖະກິດ ສັງຄົມ, ການປ້ອງກັນຕ້ານໄພທຳມະຊາດ, ໂລກລະບາດ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເປົ້າໝາຍລະອຽດຮອດປີ 2030, ການຈະເລີນເຕີບໂຕ GDP ຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸລະດັບສະເລ່ຍ 2,5-3%/ປີ, ລະດັບເພີ່ມສະມັດຕະພາບແຮງງານໃນຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸສະເລ່ຍແຕ່ 5,5 -6%/ປີ; ເປີດກວ້າງ ແລະ ພັດທະນາຕະຫລາດ, ເປັນຕົ້ນແມ່ນຕະຫລາດສົ່ງອອກ.  ເພີ່ມຂຶ້ນຂອງມູນຄ່າການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນບັນລຸລະດັບສະເລ່ຍແຕ່ 5 – 6%/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ