ຍື່ນ​ສະ​ເໜີ ແຜນ​ນະ​ໂຍ​ບາຍ​ປັບ​ປຸງ​ການ​ວາງ​ແຜນ​ຜັງ​ນຳ​ໃຊ້ທີ່​ດິນ​ແຫ່ງ​ຊາດສະ​ພາ​ແຫ່ງ​ຊາດ

(VOVWORLD) - ໃນຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຄວາມຍຸຕິທຳສຳລັບຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ.
ຍື່ນ​ສະ​ເໜີ ແຜນ​ນະ​ໂຍ​ບາຍ​ປັບ​ປຸງ​ການ​ວາງ​ແຜນ​ຜັງ​ນຳ​ໃຊ້ທີ່​ດິນ​ແຫ່ງ​ຊາດສະ​ພາ​ແຫ່ງ​ຊາດ - ảnh 1ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດດຶກຢຸຍ ກ່າວຄຳເຫັນທີ່ກອງປະຊຸມ 

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດດຶກຢຸຍ ທີ່ໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ ສະເໜີໃບສະເໜີກ່ຽວກັບການປັບປຸງການວາງແຜນຜັງນຳໃຊ້ທີ່ດິນແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕາມທ່ານ ໂດດຶກຢຸຍແລ້ວ, ເລື່ອງລັດຖະບານຍື່ນສະເໜີສະພາແຫ່ງຊາດ ຕັດສິນກ່ຽວກັບແຜນນະໂຍບາຍປັບປຸງການວາງແຜນຜັງນຳໃຊ້ທີ່ດິນແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV ແມ່ນຈຳເປັນທີ່ສຸດເພື່ອໃຫ້ລັດຖະບານມີເວລາຢ່າງພຽງພໍເພື່ອປະຕິບັດການຈັດຕັ້ງ, ສ້າງ, ປະເມີນຜົນ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາໃນກອງປະຊຸມສະໄໝສາມັນທ້າຍປີ 2025, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຄວາມຍຸຕິທຳສຳລັບຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ. ຕອນບ່າຍວັນທີ 23 ຕຸລາ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັງປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ