ຍື່ນ​ສະ​ເໜີ​ສ​ະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຕົກ​ລົງ​ການ​ເພີ່ມເຕ​ີມ​ແຜນງົບ​ປະ​ມານແຫ່ງ​ລັດ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອລ້າ​ຂອງ​ຕ່າງ​ປະ​ເທດ

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 15 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາກ່ຽວກັບເລື່ອງເພີ່ມເຕີມແຜນງົບປະມານແຫ່ງລັດແຫຼ່ງທຶນຊ່ວຍເຫຼືອລ້າຂອງຕ່າງປະເທດ ປີ 2020; ເພີ່ມເຕີມແຜນງົບປະມານແຫ່ງລັດແຫຼ່ງທຶນຊ່ວຍເຫຼືອລ້າ ປີ 2021.
ຍື່ນ​ສະ​ເໜີ​ສ​ະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຕົກ​ລົງ​ການ​ເພີ່ມເຕ​ີມ​ແຜນງົບ​ປະ​ມານແຫ່ງ​ລັດ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອລ້າ​ຂອງ​ຕ່າງ​ປະ​ເທດ - ảnh 1ວາລະປະຊຸມ (ພາບ: TTXVN)

 ປືກສາຫາລືທີ່ກອງປະຊຸມ, ບັນດາກຳມະການ ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານຄຸ້ມຄອງບັນດາບ້ວງເງິນຊ່ວຍເຫຼືອລ້ານັ້ນໃຫ້ແໜ້ນແຟ້ນ, ບໍ່ປະໃຫ້ຮົ່ວໄຫຼ, ຟຸມເຟືອຍ ແລະ ອັດເດດ, ສຳຫຼວດກວດກາຕົວເລກຢ່າງຮີບດ່ວນ ເພື່ອຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ຕົກລົງ. ສະເໜີລັດຖະບານສືບຕໍ່ຄົ້ນຄວ້າບັນດານິຕິກຳໃຫ້ສົມບູນແບບ; ເພີ່ມທະວີການກວດກາ, ຕິດຕາມກວດກາສຳລັບແຫຼ່ງທຶນຊ່ວຍເຫຼືອລ້າ ຮັບປະກັນການນຳໃຊ້ຢ່າງມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ