ຍີ່ປຸ່ນ ກະກຽມການປະຕິຮູບ ຄະນະລັດຖະບານ

ຍີ່ປຸ່ນ ກະກຽມການປະຕິຮູບ ຄະນະລັດຖະບານ - ảnh 1
(ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda)

(vovworld) -     ວັນທີ 30/9, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ​ແລະ ຄະນະ​ການ​ນຳ​ພັກ​ປະຊາທິປະ​ໄຕ (DPJ) ກຳ​ອຳ​ນາດ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ແຜນການ​ປະຕິ​ຮູບ​ຄະນະ​ລັດຖະບານ, ກະກຽມ​ພື້ນຖານ​ເພື່ອ​​ຍາດ​ເອົາ​ການ​ສະໜັບ​ສະ​ໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ. ​ໃນ​ການ​ປະຕິ​ຮູບ​ນີ້, ມີ​ສະມາ​ຊິກ​ລັດຖະບານ​ບາງ​ທ່ານ​ຄື; ຮອງ​ນາຍົກລັດຖະມົນຕີ Katsuya Okada, ລັດຖະມົນຕີ​ການ​ຕ່າງປ​ະ​ເທດ Koichiro Gemba ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ Satoshi Morimoto ສືບ​ຕໍ່​ຮັບດຳລົງ​ຕຳແໜ່​ງ. ສ່ວນບັນດາ​ຕຳ​ແໜ່​ງຄາ​ດວ່າ​ຈະ​ມີການ​ປ່ຽນ​​ແປງ​ໃນ​ການ​ປະຕິ​ຮູບ​ຄະນະ​ລັດຖະບານ​ຄັ້ງ​ນີ້​ລວມມີ ລັດຖະມົນຕີ​ການ​ຊວງ​ການ​ເງິນ, ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ, ລັດຖະມົນຕີ​ຮັບຜິດຊອບ​ນະ​ໂຍບາຍ​ແຫ່ງຊາດ, ລັດຖະມົນຕີ​ປະຕິ​ຮູບ​ຂະ​ແໜງ​ໄປສະນີ.

ຂ່າວ/ບົດ​ອື່ນ