ຍີ່ປຸ່ນ, ກຳປູເຈຍ ເຫັນດີ ຍົກການພົວພັນຂຶ້ນສູ່ ລະດັບຄູ່ຮ່ວມມື ຍຸດທະສາດ

ຍີ່ປຸ່ນ, ກຳປູເຈຍ ເຫັນດີ ຍົກການພົວພັນຂຶ້ນສູ່ ລະດັບຄູ່ຮ່ວມມື ຍຸດທະສາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/12, ຍີ່ປຸ່ນ ​ແລະ ກຳປູ​ເຈຍ ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ​ແລະ ຍົກ​ສູງ​​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຢູ່​ນະຄອນຫຼວງ ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງກຳປູ​ເຈຍ Hun Sen ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ ​ໃນບົດບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍລະຫວ່າງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜອງ​ບ້ວງ​ເງິນ​ກູ້​ຢືມ​ໃໝ່​ທີ່​ມີ​ມູນ​ຄ່າ​ເກືອບ 133 ລ້ານ USD ​ເພື່ອໜູນ​ຊ່ວຍ​ໃຫ້ 3 ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢູ່ກຳ​ປູ​ເຈຍ. ນາຍົກລັດຖະມົນຕີທັງ 2 ທ່ານ ກໍ່​ເຫັນ​ດີ​ເລີ່ມດຳ​ເນີນ​ການ​ທາ​ບທາມ​ຄວາ​ມ​ເຫັນ​ຕ່າງໆກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານ​ການບິນ ​ເພື່ອ​ແນ​ໃສ່​ເປີດ​ສາຍ​ການບິນ​ໂດຍ​ກົງ ​ແລະ ຊຸກຍູ້​ການ​ພົວພັນ​ເສດຖະກິດ 2 ຝ່າຍ.

ຂ່າວ/ບົດ​ອື່ນ