ຍີ່ປຸ່ນ ຄັດຄ້ານ ຈີນ ເປີດເວັບໄຊໃໝ່ ຢັ້ງຢືນອະທິປະໄຕຢູ່ທະເລ ຮວາຕຸງ

(VOVWORLD) - ຍີ່ປຸ່ນ ຢືນຢັນວ່າເຂດໝູ່ເກາະນີ້ ບໍ່ມີບັນຫາອະທິປະໄຕທີ່ຄວນໄດ້ຮັບການແກ້ໄຂ. ທ່ານ Kato ເນັ້ນໜັກວ່າ ຈີນ ບໍ່ມີສິດສ້າງຕັ້ງເວັບໄຊ ກ່ຽວກັບຜືນແຜ່ນດິນຂອງ ຍີ່ປຸ່ນ ຄືດັ່ງກ່າວ ພ້ອມທັງຖືວ່າ ຖະແຫຼງການອະທິປະໄຕຂອງປັກກິ່ງ ແມ່ນ “ບໍ່ອາດຍອມຮັບໄດ້”.
ຍີ່ປຸ່ນ ຄັດຄ້ານ ຈີນ ເປີດເວັບໄຊໃໝ່ ຢັ້ງຢືນອະທິປະໄຕຢູ່ທະເລ ຮວາຕຸງ - ảnh 1 ເກາະ Uotsuri ຂຶ້ນກັບເຂດໝູ່ເກາະ Senkaku/ຕຽວອີ (ພາບ: AP)

  ວັນທີ 05 ຕຸລາ, ລັດຖະບານ ຍີ່ປຸ່ນ ໄດ້ອອກສຽງຄັດຄ້ານກ່ຽວກັບເລື່ອງ ຈີນ ເນັ້ນໜັກຖະແຫຼງການອະທິປະໄຕຂອງ ປັກກິ່ງ ສຳລັບໝູ່ເກາະ Senkaku (ຈີນ ເອີ້ນວ່າ ຕຽວອີ), ຢູ່ທະເລ ຮວາຕຸງ ຜ່ານເວັບໄຊໃໝ່. ທ່ານ Kato Katsunobu ຫົວໜ້າຫ້ອງການຄະນະລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ຍີ່ປຸ່ນ ຮຽກຮ້ອງລົບລ້າງເວັບໄຊດັ່ງກ່າວ ແລະ ຢືນຢັນວ່າພວມຄວບຄຸມໝູ່ເກາະແຫ່ງນີ້, ໃນຂະນະທີ່ ຈີນ ຖະແຫຼງອະທິປະໄຕ. ລັດຖະບານ ຍີ່ປຸ່ນ ຢືນຢັນວ່າ ເຂດໝູ່ເກາະດັ່ງກ່າວແມ່ນຜືນແຜ່ນດິນທີ່ມີມາແຕ່ໃດຂອງ ຍີ່ປຸ່ນ, ພິຈາລະນາທັງໃນດ້ານປະຫວັດສາດ ແລະ ກົດໝາຍສາກົນ. ຍີ່ປຸ່ນ ຢືນຢັນວ່າເຂດໝູ່ເກາະນີ້ ບໍ່ມີບັນຫາອະທິປະໄຕທີ່ຄວນໄດ້ຮັບການແກ້ໄຂ. ທ່ານ Kato ເນັ້ນໜັກວ່າ ຈີນ ບໍ່ມີສິດສ້າງຕັ້ງເວັບໄຊ ກ່ຽວກັບຜືນແຜ່ນດິນຂອງ ຍີ່ປຸ່ນ ຄືດັ່ງກ່າວ ພ້ອມທັງຖືວ່າ ຖະແຫຼງການອະທິປະໄຕຂອງປັກກິ່ງ ແມ່ນ “ບໍ່ອາດຍອມຮັບໄດ້”.

 

ຕອບກັບ

ຂ່າວ/ບົດ​ອື່ນ