ຍີ່ປຸ່ນ ຈັດສົ່ງຄະນະປະຕິບັດງານໄປ ສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບບັນຫາສ້າງການພົວພັນເປັນປົກກະຕິ

(VOVWORLD) - ວັນທີ 18 ກັນຍາ, ທ່ານ Song il-ho ເອກອັກຄະລັດຖະທູດ ສປປ.ເກົາຫຼີ ຜູ້ຮັບຜິດຊອບບັນດາການເຈລະຈາສ້າງການພົວພັນເປັນປົກກະຕິກັບ ຍີ່ປຸ່ນ 

ໄດ້ມີການພົບປະເຈລະຈາກັບຄະນະປະຕິບັດງານ ຍີ່ປຸ່ນ ຢູ່ ພຽງຢາງ, ໃນສະພາບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສະແດງຄວາມພ້ອມໃນການພົບປະກັບການນຳ Kim Jong –un ໂດຍບໍ່ມີເງື່ອນໄຂ.

ຍີ່ປຸ່ນ ຈັດສົ່ງຄະນະປະຕິບັດງານໄປ ສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບບັນຫາສ້າງການພົວພັນເປັນປົກກະຕິ - ảnh 1 ຄະນະປະຕິບັດງານຍີ່ປຸ່ນ

        ຄະນະປະຕິບັດງານ ຍີ່ປຸ່ນ ນຳໂດຍທ່ານ Shingo Kanemaru. ໃນການພົບປະເຈລະຈາ, ທ່ານເອກອັກຄະລັດຖະທູດ Song il-ho ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ 2 ຝ່າຍບໍ່ເປັນປົກກະຕິໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ, ພຽງຢາງ ຈະມານະພະຍາຍາມ ເພື່ອພັດທະນາການພົວພັນສະໜິດແໜ້ນກັບທຸກປະເທດໃນໂລກ ແລະ ນັບທັງ ຍີ່ປຸ່ນ, ບັນດາປະເທດທີ່ເຄົາລົບອຳນາດອະທິປະໄຕຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ