ຍີ່ປຸ່ນ, ຈີນ, ສ.ເກົາຫຼີເລີ່ມດຳເນີນກອງປະຊຸມສຸດຍອດ

(VOVWORLD) -ກອງປະຊຸມສຸດຍອດຄັ້ງທີ 7 ລະຫວ່າງບັນດາການນຳຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ  ຖືກໄຂຂຶ້ນໃນຕອນເຊົ້າວັນທີ 09 ພຶດສະພາຢູ່ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ.

ຍີ່ປຸ່ນ, ຈີນ, ສ.ເກົາຫຼີເລີ່ມດຳເນີນກອງປະຊຸມສຸດຍອດ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ

(ພາບ:Chiang Rai Times)

ກອງປະຊຸມສຸດຍອດ ຍີ່ປຸ່ນ - ຈີນ - ສ.ເກົາຫຼີ ປີນີ້ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ມີການຮ່ວມມືຢ່າງແໜ້ນແຟ້ນ  ລະຫວ່າງສາມປະເທດອາຊີຕາເວັນອອກ ເພື່ອບັງຄັບ ສປປ.ເກົາຫຼີຕ້ອງມີການກະທຳລະອຽດ ແນໃສ່ຍົກເລີກໂຄງການລູກສອນໄຟ ແລະ ນິວເຄຼຍ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ກໍປາດຖະໜາວ່າ ສາມປະເທດອາຊີຕາເວັນອອກ ຈະຮ່ວມມືກັນແກ້ໄຂບັນຫາຕົວປະກັນຊາວຍີ່ປຸ່ນກ່ອນນີ້ໂດຍໄວ.

        ພາຍຫຼັງສິ້ນສຸດກອງປະຊຸມ, ຄາດວ່າສາມປະເທດຈະອອກຖະແຫຼງການຮ່ວມ; ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ຈະເຈລະຈາສະເພາະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຕາມລຳດັບ.


ຕອບກັບ

ຂ່າວ/ບົດ​ອື່ນ