ຍີ່​ປຸ່ນ ຊັ່ງ​ຊາ​ເລື່ອງ​ຈຳ​ກັດ​ຈຳ​ນວນ​ຜູ້​​ເຂົ້າ​ຊົມ​ງານ​ມະ​ຫາ​ກຳ​ກິ​ລາລະ​ດູ​ຮ້ອນ Olympics Tokyo ​ໃນ​ສະ​ໜ​າມ​ກິ​ລາ

(VOVWORLD) -ຍີ່ປຸ່ນ ພວມຊັ່ງຊາການຈຳກັດຈຳນວນຜູ້ເຂົ້າຊົມການແຂ່ງຂັນ Olympics Tokyo 2020 ໃນສະໜາມກິລາ ໃຫ້ຫຼຸດລົງ 50% ຂອງກຳລັງບັນຈຸ ຍ້ອນມີຄວາມເປັນຫ່ວງຕໍ່ຄວາມສ່ຽງຕິດເຊື້ອພະຍາດໂຄວິດ - 19. 
ຍີ່​ປຸ່ນ ຊັ່ງ​ຊາ​ເລື່ອງ​ຈຳ​ກັດ​ຈຳ​ນວນ​ຜູ້​​ເຂົ້າ​ຊົມ​ງານ​ມະ​ຫາ​ກຳ​ກິ​ລາລະ​ດູ​ຮ້ອນ Olympics Tokyo ​ໃນ​ສະ​ໜ​າມ​ກິ​ລາ - ảnh 1ສັນຍາລັກຂອງ ງານມະຫາກຳກິລາລະດູຮ້ອນ Olympics Tokyo (ພາບ: TTXVN)


       
ວັນທີ 14 ມີນາ, ໜັງສືພິມ Sankei ໄດ້ຄັດສະເໜີແຫຼ່ງຂ່າວທີ່ບໍ່ເຜີຍຊື່ໃນລັດຖະບານ ຍີ່ປຸ່ນ ແລະ ຄະນະຈັດຕັ້ງ ງານມະຫາກຳກິລາລະດູຮ້ອນ Olympics Tokyo ໂດຍໃຫ້ຮູ້ວ່າ ຍີ່ປຸ່ນ ພວມຊັ່ງຊາການຈຳກັດຈຳນວນຜູ້ເຂົ້າຊົມການແຂ່ງຂັນ Olympics Tokyo 2020 ໃນສະໜາມກິລາ ໃຫ້ຫຼຸດລົງ 50% ຂອງກຳລັງບັນຈຸ ຂອງກໍ ຍ້ອນມີຄວາມເປັນຫ່ວງຕໍ່ຄວາມສ່ຽງຕິດເຊື້ອພະຍາດໂຄວິດ - 19.  ເຖິງຢ່າງໃດກໍຕາມ, ຖ້າຫາກວ່າສະພາບການໂລກລະບາດມີສັນຍານດີຂຶ້ນ, ອາດຈະອະນຸຍາດໃຫ້ຜູ້ມາຊົມໃຍວະໜາມກິລາຫຼາຍກວ່ານີ້. ຄະນະຈັດຕັ້ງງານມະຫາກຳກິລາ Olympics ຂອງ ຍີ່ປຸ່ນ ຈະປະກາດຂໍ້ຕົກລົງ ແລະ ການປະຕິບັດຕາມບັນດາຂໍ້ກຳນົດປ້ອງກັນ, ສະກັດກັ້ນໂລກລະບາດພາຍໃນປະເທດ ໃຫ້ຊາບໃນເດືອນ ເມສາ ຈະມາເຖິງ.

        ໃນຂະນະທີ່ໂລກລະບາດໂຄວິດ - 19 ພວມແຜ່ລະບາດອອກສູ່ທົ່ວໂລກນັ້ນ, ຄະນະກຳມະການ Olympics ສາກົນ (IOC) ແລະ ຄະນະຈັດຕັ້ງ Olympics Tokyo 2020 ໄດ້ຕົກລົງເລື່ອນວັນເວລາຈັດຕັ້ງງານມະຫາກຳກິລາ Olympics ແລະ Paralympic Tokyo ມາຮອດປີ 2021. ຕາມແຜນການໃໝ່ແລ້ວ, Olympics Tokyo ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກໍລະກົດ ຫາວັນທີ 8 ສິງຫາ 2021, ໃນຂະນະທີ່ Paralympic Tokyo ຈະດຳເນີນໃນລະຫວ່າງວັນທີ 24 ສິງຫາ ຫາ 5 ກັນຍາ 2021.


ຕອບກັບ

ຂ່າວ/ບົດ​ອື່ນ