ຍີ່ປຸ່ນ, ມາເລເຊຍຢືນຢັນຫຼັກໝັ້ນກ່ຽວກັບທະເລຕາເວັນອອກ

ຍີ່ປຸ່ນ, ມາເລເຊຍຢືນຢັນຫຼັກໝັ້ນກ່ຽວກັບທະເລຕາເວັນອອກ - ảnh 1
ທ່ານນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak  ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: baotintuc.vn)

(vovworld) - ວັນ​ທີ 16/11, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ​ຜູ້​ຮ່ວມ​ຕຳ​ແໜ່​ງ ມາ​ເລ​ເຊຍ Najib Razak ​ໄດ້​ຢືນຢັນ​ຫຼັກ​ໝັ້ນ​ລວມສຳລັບ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄວາມ​ເຫັນທີ່​ການ​ປະຊຸມ​ຂ່າວ​ລວມພາຍຫຼັງ​ການ​ເຈລະຈາ​ຢູ່ ​ໂຕ​ກຽວ, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ Razak, ທ່ານ​ນາຍົກລັດຖະມົນຕີ Abe ​ເວົ້າ​ວ່າ: “ພວກ​ຂ້າພະ​ເຈົ້າ​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ທຸກ​ປະ​ເທດ​ທີ່​ກ່ຽວຂ້ອງ ​ແມ່ນ​ຄວນ​ລະງັບ​ໃຈ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS)“. ມາ​ເລ​ເຊຍ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ ອາ​ຊຽນ ທີ່​ມີ​ການ​ຂັດ​ແຍ້​ງກັນບົນ​ທະ​ເລ​ກັບ​ຈີນ. ສ່ວນ​ຍີ່ປຸ່ນ, ​ເຖິງ​ວ່າ​ບໍ່​ແມ່ນ​ຝ່າຍ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ່ຕາມ, ​ແຕ່​ໄດ້​ອອກສຽງ​ຄັດຄ້ານ​ບັນດາ​ແນວ​ຄວາມ​ຄິດຢາກປ່ຽນ​ແປງ​ສະພາບ​ເດີມ​ພຽງ​ລຳພັງ​ຝ່າຍ​ດ່ຽວຢ່າງ​ລຽນຕິດ, ພ້ອມ​ທັງ​ຮຽກຮ້ອງ​ເຄົາລົບ​ຄວາມ​ເສລີ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພາຍຫຼັງ​ການ​ເຈລະຈາ, ສອງ​ຝ່າ​ຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ໜຶ່ງ, ຕາມ​ນັ້ນ​ແລ້ວ, ​ໂຕ​ກຽວ​ຈະ​ສະໜອງ​ໃຫ້​ ກົວ​ລາ​ລຳ​ເປີ ກຳ່​ປັ່ນ​ລາດ​ຕະເວນ 2 ລຳ ທີ່​ໄດ້​ຜ່ານ​ການ​ນຳ​ໃຊ້​ຂອງ​ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ຍີ່ປຸ່ນ. ກ່ອນ​ໜ້າ​ນັ້ນ, ຍີ່ປຸ່ນ​ ໄດ້​ສະໜອງ​ກຳ່​ປັ່ນ​ລາດຕະ​ຫຼາດ​ໃຫ້ ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ​ແລະ ຫວຽດນາມ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ໃຫ້​ບັນດາ​ປະ​ເທດ​ແຄມ​ທະ​ເລ.

ຂ່າວ/ບົດ​ອື່ນ