ຍີ່ປຸ່ນ ສະເຫຼີມສະຫຼອງ 6 ປີແຫ່ງວັນໄພພິບັດທຳມະຊາດແຜ່ນດິນໄຫວ ແລະ ຄື້ນທະເລຍັກ

ຍີ່ປຸ່ນ ສະເຫຼີມສະຫຼອງ 6 ປີແຫ່ງວັນໄພພິບັດທຳມະຊາດແຜ່ນດິນໄຫວ ແລະ ຄື້ນທະເລຍັກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/03 ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະ​ຫຼອງ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ທຳ​ມະ​ຊາດແຜ່ນດິນ​ໄຫວ ​ແລະ ຄື້ນທະ​ເລ​ຍັກ ທີ່​ເກີດ​ຂຶ້ນ​ກ່ອນນີ້ 6 ປີ ຄື​ໃນວັນ​ທີ 11/03/2011 ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້, ​​ເຮັດ​ໃຫ້​ເກືອບ 19.000 ຄົນ​ເສຍ​ຊີວິດ ​ແລະ ​​ເກີດເຫດຕິດ​ຄັດນິວ​ເຄຼຍທີ່ຮ້າຍ​ແຮງທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ.

        ​ແລະ​ກໍ່​ໃນ​ຈຸດ​ເວລາ​ນີ້, ພິທີ​ອາ​ໄລ​ຫາ​ຢ່າງ​ເປັນທາ​ງການຖືກ​ຈັດ​ຕັ້ງ​ຢູ່​ນະຄອນຫລວງ ​ໂຕ​ກຽວ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ຊາຍ Fumihito, ​ເຈົ້າ​ຍິງ Kiko ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ລັດຖະບານ​ ຍີ່ປຸ່ນ ຈະ​ສືບ​ຕໍ່​ຍູ້​ໄວ​ການ​ເຄື່ອນ​ໄຫວກໍ່ສ້າງ​ບັນດາ​ເຂດ​ຖືກຜົນ​ສະທ້ອນ ​ໃນ​ຂະນະ​ທີ່​ຍັງ​ມີ​ຫລາຍ​ຄົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພາຍຫລັງ​ໄພພິບັດ​ທຳ​ມະ​ຊາ​ດແຜ່ນດິນ​ໄຫວ ​ແລະ ຄື້ນທະ​ເລຍັກ.


ຕອບກັບ

ຂ່າວ/ບົດ​ອື່ນ