ຍີ່ປຸ່ນ ສະເໜີ IAEA ກວດກາຄືນຂໍ້ຕົກລົງດ້ານນິວເຄຼຍ ກັບ ສປປ ເກົາຫຼີ

(VOVWORLD) - ລັດຖະບານ ຍີ່ປຸ່ນ ໄດ້ສະເໜີຈະຮັບຜິດຊອບດ້ານລາຍຈ່າຍໃຫ້ແກ່ບັນດາການເຄື່ອນໄຫວຕິດຕາມກວດກາຂອງ IAEA ຖ້າຫາກວ່າ ສປປ ເກົາຫຼີ  ເຫັນດີເຊື່ອມຕໍ່ຄືນວຽກງານນີ້

ວັນທີ 9 ເມສາ, ທ່ານ Taro Kono, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ສະເໜີໃຫ້ອົງການພະລັງງານປະລະມານູສາກົນ (IAEA) ດຳເນີນບັນດາການເຄື່ອນໄຫວຕິດຕາມກວດກາບັນດາຮາກຖານນິວເຄຼຍຂອງ ສປປ ເກົາຫຼີ ໃນກໍລະນີບັນດາຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫານີ້. ທີ່ການພົບປະກັບທ່ານ Yukiya Amano, ຜູ້ອຳນວຍການ  IAEA ຢູ່ ໂຕກຽວ, ທ່ານ Kono ໃຫ້ຮູ້ວ່າ: “ທຸກໆຂໍ້ຕົກລົງຈະລ້ວນແຕ່ບໍ່ມີຄວາມໝາຍຖ້າຫາກວ່າບໍ່ໄດ້ກວດກາຄືນ, ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງການຄວາມຊ່ວຍເຫຼືອຂອງ IAEA ໃນບົດບາດນັກຊ່ຽວຊານ, ຖ້າຫາກວ່າ ອາເມລິກາ ແລະ ສປປ ເກົາຫຼີ ບັນລຸໄດ້ຂໍ້ຕົກລົງ”.

        ກ່ອນໜ້ານັ້ນ, ລັດຖະບານ ຍີ່ປຸ່ນ ໄດ້ສະເໜີຈະຮັບຜິດຊອບດ້ານລາຍຈ່າຍໃຫ້ແກ່ບັນດາການເຄື່ອນໄຫວຕິດຕາມກວດກາຂອງ IAEA ຖ້າຫາກວ່າ ສປປ ເກົາຫຼີ  ເຫັນດີເຊື່ອມຕໍ່ຄືນວຽກງານນີ້. IAEA ບໍ່ໄດ້ສຳພັດໂດຍກົງກັບບັນດາຮາກຖານນິວເຄຼຍ ຂອງ ສປປ ເກົາຫຼີ ນັບແຕ່ເມື່ອບັນດານັກສັງເກດການຂອງອົງການນີ້ຖືກເນລະເທດເມື່ອເດືອນ ເມສາ 2009.

ຕອບກັບ

ຂ່າວ/ບົດ​ອື່ນ