ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີເປັນເອກະພາບຈະພ້ອມກັນເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນໃນປະຫວັດສາດ

(VOVWORLD) -   ບັນດາເຈົ້າໜ້າທີ່ການທູດ ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບວ່າ ຕ້ອງພົບປະເຈລະຈາເພື່ອຊອກຫາມາດຕະການໃຫ້ແກ່ຄວາມບໍ່ລົງລອຍກັນໃນປະຫວັດສາດທີ່ກ່ຽວຂ້ອງເຖິງການທົດແທນຄ່າເສຍຫາຍໃຫ້ບັນດາຜູ້ປະສົບເຄາະຮ້າຍຖືກບີບບັງຄັບໃຫ້ອອກແຮງງານໃນໄລຍະຟາດຊິດ ຍີ່ປຸ່ນ ປົກຄອງແຫຼມ ເກົາຫຼີ ນັບແຕ່ປີ 1910 – 1945, ບັນຫາດັ່ງກ່າວ ໄດ້ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເຄັ່ງຕຶງຂຶ້ນໃນໄລຍະຜ່ານມາ.
ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີເປັນເອກະພາບຈະພ້ອມກັນເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນໃນປະຫວັດສາດ - ảnh 1ທ່ານນາງ  Kang Kyung – wha ແລະ ທ່ານ Taro Kono (ພາບ:  KYODO/TTXVN)

        ກ່າວຄຳເຫັນໃນວັນທີ 21 ສິງຫາ ຢູ່ນະຄອນຫລວງ ປັກກິ່ງ ຂອງ ຈີນ ພາຍຫລັງການພົບປະເຈລະຈາກັບຄູ່ຕຳແໜ່ງ ສ.ເກົາຫຼີ Kang Kyung – wha, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ຊີ້ແຈ້ງວ່າ: 2 ປະເທດໄດ້ແບ່ງປັນທັດສະນະ ຕ້ອງແກ້ໄຂການໂຕ້ຖຽງກັນ, ເຊິ່ງໄດ້ຮັບຖືວ່າ ແມ່ນ “ມໍລະດົກ” ຊົ່ວຮ້າຍ ແຕ່ສະໄໝຟາດຊິດ ຍີ່ປຸ່ນ ປົກຄອງ ແຫຼມເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ Kono ກໍ່ເນັ້ນໜັກວ່າ: ຍີ່ປຸ່ນ ຢາກພ້ອມກັບ ສ.ເກົາຫຼີ ຮັກສາສັນຍາວ່າດ້ວຍການແບ່ງປັນຂໍ້ມູນຂ່າວສານໃນການສືບລາຊະການລັບດ້ານທະຫານ ສ.ເກົາຫຼີ - ຍີ່ປຸ່ນ (GSOMIA), ເຊິ່ງອາດຈະໄດ້ຕໍ່ກຳນົດເວລາ ຖ້າ ສ.ເກົາຫຼີ ບໍ່ມີການປ່ຽນແປງໃນທ້າຍເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ