ຍີ່ປຸ່ນ ຮຽກຮ້ອງ ອາຊຽນ ຮ່ວມມືຍູ້ແຮງຄວາມເປັນລະບຽບຮຽບຮ້ອຍ “ຄວາມເສລີ ແລະ ເປີດອົກເປີດໃຈ”

(VOVWORLD) -ວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ບັນດາຄູ່ຕຳແໜ່ງຂອງ ອາຊຽນ ຈັດຕັ້ງກອງປະຊຸມປະຈຳປີ ຍີ່ປຸ່ນ  - ອາຊຽນ ຢູ່ ມານີລາ, ປະເທດ ຟີລິບປິນ.


 ນະທີ່ນີ້, ທ່ານ Abe ຖືວ່າ ຍີ່ປຸ່ນ  ແລະ ອາຊຽນ ຄວນຊັກຈູງນຳພາການພັດທະນາຂອງການຈັດລະບຽບສາກົນ “ເສລີ ແລະ ເປີດອົກເປີດໃຈ”. ກ່າວຄຳເຫັນເລີ່ມດຳເນີນກອງປະຊຸມ, ທ່ານນາຍົກລັດຖະມົນຕີ Abe ຊີ້ແຈ້ງວ່າ: “ດ້ວຍເລື່ອງ ອາຊຽນ ພວມກາຍເປັນປັດໄຈຕົ້ນຕໍໃນໂລກ, ເຊິ່ງໃນນັ້ນ ປະຊາທິປະໄຕ, ຫຼັກການກົດໝາຍ ແລະ ບັນດາພື້ນຖານເສດຖະກິດມີສະຖຽນລະພາບ, ສິ່ງສຳຄັນແມ່ນເປີດກ້ວາງຜົນສຳເລັດຂອງ ອາຊຽນ ໄປທົ່ວພາກພື້ນມະຫາສະໝຸດ ອີນເດຍ - ປາຊີຟິກ, ເພື່ອແນໃສ່ເຮັດໃຫ້ພົ້ນເດັ່ນຄວາມສາມາດບົ່ມຊ້ອນຂອງພາກພື້ນນີ້ພົ້ນເດັ່ນຂຶ້ນ”. ທ່ານ Abe ກໍ່ປະກາດວ່າ ຍີ່ປຸ່ນ ຈະ ສະໜອງຈຳນວນເງິນປະມານ 484 ລ້ານ USD ໃນເວລາ 3 ປີຈະມາເຖິງ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປະຕິບັດກົດໝາຍວ່າດ້ວຍທະເລຂອງ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ