ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ

(VOVWORLD) -ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ຟ້າມມິງຈີ໊ງ ຢັ້ງຢຶນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ, ການຮ່ວມມືກັບ ຍີ່ປຸ່ນ, ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ
ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ - ảnh 1 ທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ ແລະ ທ່ານ ຟ້າມມິງຈີ໊ງຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ,ທີ່ດຳເນີນໃນຕອນບ່າຍ ວັນທີ 8 ມັງກອນ, ຢູ່ ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຟ້າມມິງຈີ໊ງຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມຢັ້ງຢຶນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ, ການຮ່ວມມືກັບ ຍີ່ປຸ່ນ, ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ; ທ່ານຟ້າມມິງຈິ໊ງ    ສະເໜີໃຫ້ ທ່ານນາງລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ບຳລຸງສ້າງຊັບພະຍາກອນມະນຸດ ແລະ  ກໍ່ສ້າງລັດຖະບານເອເລັກໂຕນິກ, ປະກອບສ່ວນຢ່າງແທດຈິງ ເຮັດໃຫ້ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ຍີ່ປຸ່ນ ອຸດົມສົມບູນ ແລະ ເລິກເຊິ່ງກ່ວາອີກ.

ສ່ວນທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານໃຫ້ຮູ້ວ່າ ຈະເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ ຂົງເຂດການຮ່ວມມື ICT, ໄປສະນີ ແລະ ການກໍ່ສ້າງລັດຖະບານເອເລັກໂຕນິກ, ທ່ານນາງ Takaichi Sanae ຢັ້ງຢືນວ່າຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນສອງປະເທດໃນໄລຍະ ຈະມາເຖິງ

ຕອບກັບ

ຂ່າວ/ບົດ​ອື່ນ