ຍີ່ປຸ່ນ ແລະ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ເສດຖະກິດ

ຍີ່ປຸ່ນ ແລະ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ເສດຖະກິດ - ảnh 1
(ພາບປະກອບ: AFP/TTXVN)


(vovworld) – ຍີ່ປຸ່ນ ​ແລະ ອິນ​ໂດ​ເນ​ເຊຍ ​ເຫ​ັນດີ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດ​ຖະກິດ, ​ຕາມ​ນັ້ນ​ແລ້ວ, ​ໂຕ​ກຽວ ຈະ​ສະໜອງ​ໃຫ້​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້ ບັນດາ​ບ້ວງ​ເງິນ​ກູ້​ຍືມດ້ວຍຄ່າ​ດອກ​ເບ້ຍ​ຕໍ່າ ທີ່​ມີ​ມູນ​ຄ່າ​ເກືອບ 1,2 ຕື້ USD, ​ເພື່ອ​ກໍ່ສ້າງ​ລະບົບ​ຄົມມະນາຄົມ​ທີ່​ທັນສະ​ໄໝ ​ແລະ ມີ​ຂອບ​ຂະໜາດ​ໃຫຍ່​ຢູ່​ນະຄອນຫຼວງ ຈາ​ກາກຕາ.

        ທີ່​ການ​ເຈ​ລະ​ຈາ​ດຳ​ເນີນ​ໄປ​ໃນ​ວັນ​ທີ 23/3, ຢູ່​ນະ​ຄອນຫຼວງ ໂຕ​ກຽວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo ຊົມ​ເຊີຍ​ເລື່ອງ 2 ປະ​ເທດ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ. ​2 ຝ່າຍ​ເຫັນ​ດີ​ຈັດ​ຕັ້ງ “​ເວທີ​ປາ​ໄສ​ການ​ເດີນ​ທະ​ເລ​ຍີ່ປຸ່ນ - ອິນ​ໂດ​ເນ​ເຊຍ” ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ ​ໃນ​ນັ້ນ​ມີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ນອກຈາກ​ນັ້ນ, ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ສ້າງ​ຕັ້ງ​ກົນ​ໄກ​ຂັ້ນ​ລັດຖະມົນຕີ​ວ່າການ ​​ເພື່ອແນ​ໃສ່​ຊູ​ກຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ອຸດສາຫະກຳ, ພ້ອມ​ກັນ​ນັ້ນ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ແຜນການ​ຊຸກຍູ້​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ຕ່າງປະ​ເທດ ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ Abe ​ແລະ ອະດີດ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ເມື່ອ​ເດືອນ 12/2013, ດ້ວຍ​ຊື່ວ່າ ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ 2+2. ປະຈຸ​ບັນ 2 ປະ​ເທດ​ຍັງ​ບໍ່​ທັນ​ດຳ​ເນີນ​ການ​ເຈລະຈາ​ດັ່ງ​ກ່າວ.

   ​ໃນ​ຄວາມ​ມານະ​ພະຍາຍາມ​ຮັບປະກັນສັນຕິພາບ ​ແລະ ສະຖຽນ​ລະ​ພາບ​​ໃນ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​Abe ແລະ ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Jokowi ຮຽກຮ້ອງ​ໃຫ້​ຈີນ ​ແລະ ອາ​ຊຽນ ຍູ້​ແຮງ​ການ​ທາ​ບທາມ​ຄວາມ​ເຫັນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ​ປະມວນ​ຂ້ໍກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ພ້ອມ​ທັງ​ກະຕຸກ​ຊຸກຍູ້​ປັກ​ກິ​ງ ພ້ອມ​ກັບ​ບັນດາ​ຝ່າຍ​ອື່ນຖະ​ແຫຼ​ງປະ​ເທດອະ​ທິປະ​ໄຕ​ຈົ່ງ​ລະງັບ​ໃຈ ​ແລະ ​ແກ້​ໄຂ​ບັນຫາ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ