ຍີ່ປຸ່ນຄັດຄ້ານຈີນສ້າງເຂດ ປ້ອງກັນອາກາດໃນ ທະເລຮວາຕຸງ


ຍີ່ປຸ່ນຄັດຄ້ານຈີນສ້າງເຂດ ປ້ອງກັນອາກາດໃນ ທະເລຮວາຕຸງ - ảnh 1

ເຮືອບິນ​ຈີນ​ຢູ່​ມໍ່​ກັບ​ເຂດ​ໝູ່ເກາະ​ແຊນ​ກາ​ກຶ/ຕຽວອີ

(ພາບ: Reuters)

 (vovworld)- ວັນ​ທີ 23/11,  ຍີ່ປຸ່ນ​ ອອກສຽງຄັດຄ້ານ​ເລື່ອງ ຈີນ​ສ້າງ​ເຂດ​ປ້ອງ​ກັນ​ອາກາດ​ໃນ​ທະ​ເລ​ຮວາ​ຕຸ​ງ ຢ່າງ​ແຮງ, ຊື່​ງ​ແມ່ນ​ບ່ອນ​ທີ່​ສອງ​ປະ​ເທດ​ພວ​ມພິພາດ​ອະທິປະ​ໄຕ​​ໃນເຂດ​ໝູ່​ເກາະ​ແຊນ​ກາ​ກຶ/ຕຽວອີ້. ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ທ່ານ​ຫົວໜ້າ​ກົມ​ອາຊີ-​ປາຊີ​ຝິກ, ສັງກັດກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໄດ້​ໂທລະສັບ​ມາ​ຫາ​ທ່ານ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ຍີ່ປຸ່ນ ​​ໂດຍ​ເນັ້ນນັກ​ວ່າ: ການ​ກະທຳ​ຂອງ​ຈີນ ​ແມ່ນ “ອັນຕະລາຍ​ທີ່​ສຸດ“ ​ແລະ “ອາດ​ຈະ​ພາ​ໄປ​ເຖິງ​ເຫດການ​ທີ່​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້“, ​ເຮັດ​ໃຫ້​ເພີ່ມ​ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຊີ້ແຈງ​ວ່າ: “ບໍ່​ຮັບ​ຮູ້​ເຂດ​ປ້ອງກັນ​ອາກາດ​ໂດຍ​ຈີນ ສ້າງຕັ້ງຂຶ້ນ ຍ້ອນ​ມັນ​ລວມມີ​ເຂດ​ໝູ່​ເກາະ​ແຊ​ນກາ​ກຶ ​ໂດຍ​ໂຕ​ກຽວ ຄວບ​ຄຸມ“.

  ກ່ອນ​ໜ້ານັ້ນ, ຂ່າວສານ​ຊີ​ນຮວາ ​ໄດ້​ໃຫ້​ຂ່າວ​ວ່າ: ວັນ​ທີ 23/11, ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ປະກາດ​ສ້າງ​ເຂດ​ຮັບ​ຮູ້​ປ້ອງ​ກັນ​ອາກາດ​ບົນ​ທະ​ເລ​ຮວາ​ຕຸ​ງ ​ແລະ ບັນດາ​ຂໍ້ກຳນົດນຳ​ໃຊ້​ໃນ​ເຂດ​ນີ້.

ຂ່າວ/ບົດ​ອື່ນ