ຍີ່ປຸ່ນມອບບັນຊີລາຍຊື່ພົນລະເມືອງຖືກລອບຈັບຕົວໃຫ້ສປປ.ເກົາຫຼີ

ຍີ່ປຸ່ນມອບບັນຊີລາຍຊື່ພົນລະເມືອງຖືກລອບຈັບຕົວໃຫ້ສປປ.ເກົາຫຼີ - ảnh 1
ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga
(ພາບປະກອບຈາກ ອິນເຕີເນັດ)

(vovworld) – ວັນ​ທີ 8/6, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ​ໃຫ້​ຮູ້​ວ່າ​: ລັດຖະບານ​ປະ​ເທ​ດນີ້​ໄດ້​ມອບ​ໃຫ້ ສປປ ​ເກົາຫຼີ ບັນຊີ​ລາຍ​ຊື່​ພົນລະ​ເມືອງ ຍີ່ປຸ່ນ 470 ຄົນ​ເຊິ່ງ ​ໂຕ​ກຽວ​ຖື​ວ່າ: ອາດ​ຈະ​ຖືກ ພຽງ​ຢາງ​ລອບຈັບ​ຕົວ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ຕໍ່​ໄປ​ພາຍຫຼັງ​ຂໍ້​ຕົກລົງ​ບຸກທະລຸ​ລະ​ຫວ່າງ ຍີ່​ປຸ່ນ ​ແລະ ສປປ ​ເກົາຫຼີ ບັນ​ລຸ​ໄດ້​ໃນ​ເດືອນ​ກ່ອນ​ກ່ຽວ​ກັບ​ການ​ສືບສວນ​ຊາຕາກຳ​ຂອງ​ບັນດາ​ພົນລະ​ເມືອງ ຍີ່ປຸ່ນ ຖືກລອບຈັບ​ຕົວ ​​ໃນ​ທົດ​ສະ​ວັດ 70 – 80 ຂອງ​ສະຕະວັດ​ກ່ອນ​ຕາມ​ຂໍ້​ຕົກລົງ​ດັ່ງ​ກ່າວ ພຽງ​ຢາງ ໝັ້ນ​ຫຼາຍ​ຈະ​ສືບ​ສວນ​ຄືນ​ກໍ່​ລະ​ນີພົນລະ​ເມືອງ ຍີ່ປຸ່ນ ຖືກ​ລອບ​ຈັບ​ຕົວ, ສ່ວຍ ຍີ່​ປຸ່ນ ຈະ​ລົບ​ລ້າງ​ຄຳ​ສັ່ງ​ຫ້າມ ​ໄປ - ມາ​ພິ​ເສດ​ສຳລັບ​ພົນລະ​ເມືອງ ສປປ. ​ເກົາຫຼີ ​ແລະ ອະນຸຍາດ​ໃຫ້​ບັນດາ​ກຳ​ປັ່ນ​ຂອງ ສປປ ​ເກົາຫຼີ ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນຂອງ ຍີ່ປຸ່ນ​ຍ້ອນ​ຈຸດປະສົງ​ມະນຸດສະທຳ.


ຂ່າວ/ບົດ​ອື່ນ