ຍີ່​ປຸ່ນ​ມອບຫຼຽນ​​ໄຊ​ສູງ​ສົ່ງ​ທີ່​ສຸດ​ໃຫ້​ແກ່​ອະ​ດີດ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ Shinzo Abe

(VOVWORLD) - ທ່ານ Shinzo Abe ແມ່ນນາຍົກລັດຖະມົນຕີຄົນທີ 4 ຂອງຍີ່ປຸ່ນ ທີ່ໄດ້ຮັບສາຍຄໍຫຼຽນໄຊດອກໄມ້ເບັນຈະມາດ ຕາມລັດຖະທຳມະນູນສະໄໝຫຼັງສົງຄາມ, ພາຍຫຼັງບັນດາທ່ານອະດີດນາຍົກລັດຖະມົນຕີ Shigeru Yoshida, Eisaku Sato ແລະ Yasuhiro Nakasone
ຍີ່​ປຸ່ນ​ມອບຫຼຽນ​​ໄຊ​ສູງ​ສົ່ງ​ທີ່​ສຸດ​ໃຫ້​ແກ່​ອະ​ດີດ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ Shinzo Abe - ảnh 1ພາບທ່ານອະດີດນາຍົກລັດຖະມົນຕີ Shinzo Abe (ພາບ:  Kyodo)

ວັນທີ 11 ກໍລະກົດ, ລັດຖະບານ ຍີ່ປຸ່ນ ໄດ້ມອບສາຍຄໍຫຼຽນໄຊດອກເບັນຈະມາດ ໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ຜູ້ທີ່ເສຍຊີວິດຍ້ອນຖືກຍິງໃນການຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ຜູ້ສະຫມັກເລືອກຕັ້ງຂອງພັກປະຊາທິປະໄຕເສລີ ກຳອຳນາດຢູ່ນະຄອນ Nara, ທາງທິດຕາເວັນຕົກຍີ່ປຸ່ນໃນວັນທີ 8 ກໍລະກົດທີ່ຜ່ານມາ. ທ່ານ Shinzo Abe ແມ່ນນາຍົກລັດຖະມົນຕີຄົນທີ 4 ຂອງຍີ່ປຸ່ນ ທີ່ໄດ້ຮັບສາຍຄໍຫຼຽນໄຊດອກໄມ້ເບັນຈະມາດ ຕາມລັດຖະທຳມະນູນສະໄໝຫຼັງສົງຄາມ, ພາຍຫຼັງບັນດາທ່ານອະດີດນາຍົກລັດຖະມົນຕີ Shigeru Yoshida, Eisaku Sato ແລະ Yasuhiro Nakasone. ຫຼຽນໄຊດອກເບັນຈະມາດ ແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງຍີ່ປຸ່ນ ໄດ້ເຮັດຈາກຄຳບໍລິສຸດ ແລະ ໂດຍພະເຈົ້າຈັກກະພັດຍີ່ປຸ່ນໄດ້ມອບໃຫ້. ຫຼຽນໄຊນີ້ໄດ້ເຄີຍມອບໃຫ້ການນຳຕ່າງປະເທດບາງທ່ານເມື່ອມາຢ້ຽມຢາມຍີ່ປຸ່ນ.

ແລະກໍ່ໄດ້ວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ ທ່ານຈະມານະພະຍາຍາມປະຕິບັດຄວາມມຸ່ງຫວັງຂອງທ່ານອະດີດນາຍົກລັດຖະມົນຕີ Shinzo Abe,ພາຍຫຼັງພັກປະຊາທິປະໄຕເສລີ (LDP) ກຳອຳນາດຍາດໄດ້ໄຊຊະນະໃນການຫາສຽງເລືອກຕັ້ງຢູ່ສະພາສູງໃນວັນທີ 10 ກໍລະກົດ. ທ່ານນາຍົກລັດຖະມົນຕີ Kishida ຢັ້ງຢືນວ່າ ຈະຊຸກຍູ້ການປັບປຸງລັດຖະທຳມະນູນສັນຕິພາບໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ມານະພະຍາຍາມແກ້ໄຂບັນຫາພົນລະເມືອງຍີ່ປຸ່ນ ຖືກລັກພາຕົວ ຢູ່ ສປປ.ເກົາຫຼີ ໃນຊຸມປີ 1970 – 1980. ນີ້ແມ່ນບັນດາບັນຫາທີ່ທ່ານອະດີດນາຍົກລັດຖະມົນຕີ Shinzo Abe ພວມເດີນຕາມ ໃນໄລຍະທີ່ພວມປະຕິບັດຕຳແໜ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ