ຍີ່ປຸ່ນຢືນຢັນການພົວພັນແບບພັນທະມິດຢ່າງສະໜິດແໜ້ນກັບອາເມລິກາ

ຍີ່ປຸ່ນຢືນຢັນການພົວພັນແບບພັນທະມິດຢ່າງສະໜິດແໜ້ນກັບອາເມລິກາ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ຂວາ) ​ ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel
(ພາບ: xaluan.com)

(​vovworld) – ​​​​ຍີ່ປຸ່ນ ໄດ້ສົ່ງສານຢ່າງແຮງທີ່ວ່າ: ສຳພັນທະມິດສະໜິດແໜ້ນ ຍີ່ປຸ່ນ - ອາເມລິກາ ບໍ່ປ່ຽນແປງ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ຍົກ​ອອກຖະແຫຼງການດັ່ງກ່າວ​ໃນ​ການ​ພົບ​ປະກັບລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ​ໃນ​ວັນ​ທີ 5/4 ຢູ່​ນະຄອນຫຼວງ ​ໂຕ​ກຽວ. ​ໃນ​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ Abe ​ໄດ້​​ແຈ້ງ​ກັບ​ຜູ້ນຳ​ທຳນຽບ 5 ​ແຈ​ຮູ້​ກ່ຽວ​ກັບ​ແຜນການ​ຂອງ​ລັດຖະບານ ຍີ່ປຸ່ນ ພິຈາລະນາ​ການ​ບັນ​ລະ​ຍາຍ​ລັດຖະທຳ​ມະນູນ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ປ້ອງ​ກັນ​ລວມໝູ່​ຂອງ ​ໂຕ​ກຽວ. ສ່ວນ​ທ່ານ Hagel ຊົມ​ເຊີຍ​ຂໍ້​ຕົກລົງ​ດັ່ງກ່າວ ​ແລະ ຖື​ວ່າ​ຈະ​ສະໜັບສະໜູນ​ຄວາມ​ສາມາດ ຍີ່ປຸ່ນ ມອບ​​ໂອນ​ໃຫ້​ກອງທັບ​ບົດບາດ​ໃຫຍ່​ຫຼວງ​ກ່ວາ. 2 ຝ່າຍ​ກໍ່​ຈະ​ປຶ​ກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູ​ແກຼນ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ກັນ​ຖື​ວ່າ: ​ເລື່ອງ​ນາບ​ຂູ່ນຳ​ໃຊ້ກອງທັບ​ເພື່ອ​ແຊກ​ແຊງ​ເຂົ້າ​ໃນ​ສະພາບ​ການ “​ແມ່ນ​ບໍ່​ອາດຮັບ​ຮູ້​ໄດ້”.

    ການ​ພົບ​ປະ​ຖືກ​ດຳ​ເນີນ​ໃນ​ສະພາບ​ບັນດາ​ການ​ທ້າ​ທາຍ​ດ້ານ​ປ້ອງກັນ​ຄວາມ​ສະຫງົບ​ຢູ່ ອາຊີ​ຕາ​ເວັນ​ອອກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໃນ​ນັ້ນ​ມີ​ການ​ຕັດສິນດ້ານ​ການ​ທະຫານ​ຂອງ ຈີນ ກໍ່​ຄື​ບັນດາ​​ໂຄງການ​ພັດທະນາ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ..​.​

 



ຂ່າວ/ບົດ​ອື່ນ