ຍີ່ປຸ່ນລົງທຶນ 10 ລ້ານ USD ເພື່ອກໍ່ສ້າງບໍລິສັດ ເຄມີຢູ່ດົ່ງນາຍ


ຍີ່ປຸ່ນລົງທຶນ 10 ລ້ານ USD ເພື່ອກໍ່ສ້າງບໍລິສັດ ເຄມີຢູ່ດົ່ງນາຍ - ảnh 1

ພິທີ​ເປີດ​ສະຫຼອງ​ບໍລິສັດ Aureole Fina Chemmical Products

(ພາບ: .baodongnai.com.vn)

 (vovworld)- ວັນ​ທີ 24/4, ຢູ່​ເຂດ​ອຸດສາຫະກຳ​ລອງ​ແທ່ງ, ​ແຂວງ​ດົ່ງ​ນາຍ, ກຸ່ມ​ບໍລິສັດ Minati Sangyo ຂອງ​ຍີ່ປຸ່ນ ​ໄດ້​ຈັດ​ພິທີ​ເປີດ​ສະຫຼອງ​ບໍລິສັດ Aureole Fina Chemmical Products ຈຳກັດຊື່​ງມີ​ຍອດ​ຈຳນວນ​​ເງິນ​ລົງທຶນ 10 ລ້ານ USD ​ແລະ ​ເຂົ້າ​ເຄື່ອນ​ໄຫວຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ຕົ້ນ​ເດືອນພຶດສະພາ​ທີ່​ຈະ​ມາ​ເຖິງ. ຂະ​ແໜງ​ຜະລິດຕົ້ນຕໍ່​ຂອງ​ບໍລິສັດ​ແມ່ນ​ເຄມີ​ປະ​ເພດ​ຕ່າງໆ, ​ເຄື່ອງ​ສຳຮອງ​ໃຊ້​ໃນ​ອຸດ​ສາ​ຫະກຳ​ປຸງ​ແຕ່ງອາຫານ, ອຸດສາຫະກຳ​ຜະລິດ​ເຄື່ອງສຳອາງ, ຫົວອາຫານ​ສັດ. ​ເລື່ອງ​ບໍລິສັດ​ດັ່ງກ່າວຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານນັບ​ຮ້ອຍໆ​ຄົນ.

   ມາ​ຮອດ​ປະຈຸ​ບັນ, ​ເຂດ​ອຸດສາຫະກຳ 31 ​ແຫ່ງ​ພວມ​ເຄື່ອນ​ໄຫວ​ຢູ່​ແຂວງ​ດົ່ງ​ນາຍ ​ໄດ້​ດຶງ​ດູດ​ກ່ວາ 1400 ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ດ້ວຍ ຍອດ​ຈຳນວນ​​ເງິນ​ລົງທຶນ​ເກືອບ 25 ຕື້ USD. ​ໃນ​ຈຳນວນ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນພວມ​ເຂົ້າມາ​ລົງທຶນ​ຢູ່ດົ່ງ​ນາຍ, ຍີ່ປຸ່ນ ​ແມ່ນ​ປະ​ເທດ​ຢືນ​ອັນ​ດັບ​ທີ 4 ດ້ວຍ 173 ​ໂຄງການ ​ແລະ ຍອດ​ຈຳນວນ​​ເງິນ​ລົງທຶນກ່ວາ 2,9 ຕື້ USD./.

ຂ່າວ/ບົດ​ອື່ນ