ຍີ່ປຸ່ນສະໜັບສະໜູນເລື່ອງເພີ່ມຄວາມກົດດັນຕໍ່ສປປ.ເກົາຫຼີ ຕື່ມອີກ

(VOVWORLD) - ວັນທີ 24 ກຸມພາ, ຍີ່ປຸ່ນ ຖະແຫຼງສະໜັບສະໜູນບ້ວງມາດຕະການລົງໂທດໃໝ່ຂອງອາເມລິກາ ແນໃສ່ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງພຽງຢາງ.

ຍີ່ປຸ່ນສະໜັບສະໜູນເລື່ອງເພີ່ມຄວາມກົດດັນຕໍ່ສປປ.ເກົາຫຼີ ຕື່ມອີກ - ảnh 1

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ນະຄອນຫຼວງ Misawa, ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera ສະແດງການສະໜັບສະໜູນຢ່າງແຮງສຳລັບບັນດາມາດຕະການລົງໂທດຄັ້ງຫຼ້າສຸດຂອງວໍຊິງຕັນ, ຖືວ່າ, ບາດກ້າວນີ້ຈະຊ່ວຍເພີ່ມຄວາມກົດດັນຕໍ່ພຽງຢາງ.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Thomas Shannon ຢູ່ວໍຊິງຕັນ, ທີ່ປຶກສາຂອງນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານ Kentaro Sonoura ກໍຢືນຢັນການສະໜັບສະໜູນຂອງຍີ່ປຸ່ນ ຕໍ່ເລື່ອງອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດໃໝ່ແນໃສ່ສປປ.ເກົາຫຼີ. ທີ່ການພົບປະນີ້, 2 ຝ່າຍກໍ່ໄດ້ເຫັນດີນຳກັນສືບຕໍ່ຮັກສາຄວາມກົດດັນຢ່າງສຸດຂີດຕໍ່ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ