ຍີ່ປຸ່ນຮັບຮອງເອົາຍຸດທະສາດພັດທະນາອຸດສາຫະກຳປ້ອງກັນຊາດໃໝ່

ຍີ່ປຸ່ນຮັບຮອງເອົາຍຸດທະສາດພັດທະນາອຸດສາຫະກຳປ້ອງກັນຊາດໃໝ່ - ảnh 1
ທະຫານ ຍີ່ປຸ່ນ ໃນການຊ້ອມຮົບຄັ້ງໜຶ່ງ
(ພາບປະກອບ)


(vovworld) – ວັນ​ທີ 19/6, ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ໄດ້​ຮັບຮອງ​ເອົາ​ຍຸດ​ທະ​ສາດ​ໃໝ່​ເພື່ອ​ແນ​ໃສ່​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຕາມ​ນັ້ນ​ແລ້ວ, ຮຽກ​ຮ້ອງ​ໃຫ້​ບັນດາ​ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ ​ເປັນ​ເຈົ້າ​ການ​​ໃນ​ການ​ເຂົ້າ​ຮ່ວມ​​​ການ​ພັດທະນາ​ລວມຂອງ​ສາກົນ​ກ່ຽວ​ກັບ​ພາຫະນະອຸປະກອນປ້ອງ​ກັນຊາ​ດ, ​ໃນ​ນັ້ນ​ມີ​ເຮືອບິນ​ສູ້ຮົບ.

    ກ່າວ​ຄຳ​ເຫັນ​ພາ​ຍຫຼັງ​ກອງປະຊຸມ​ຢູ່​ໂຕ​ກຽວ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ Itsunori Onodera ​ໃຫ້​ຮູ້​ວ່າ: ​ເລື່ອງ​ເປີດ​ກ້ວາງ​ພື້ນ​ຖານ​​ເຕັກ​ໂນ​ໂລ​ຢີ​ເພື່ອ​ບໍ່ຖືກ​ຖອຍຫຼັງ​ເມື່ອ​ທຽບ​​ກັບ​ໂລກ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ທີ່​ມີ​ຕໍ່ ​ໂຕ​ກຽວ. ທ່ານ​ເນັ້ນ​ໜັກ​ວ່າ ຍຸດ​ທະ​ສາດ​ນີ້ ຈະ​ກາຍ​ເປັນ​ຫຼັກການ​ຊີ້​ນຳ​ໃນ​ທົດ​ສະ​ວັດຕໍ່ໜ້າ​ຂອງ​ຂະ​ແໜງ​ອຸດສາຫະກຳ ປ້ອງ​ກັນຊາ​ດ ຍີ່ປຸ່ນ. ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ​ປ້ອງ​ກັນຊາ​ດ​ໃຫມ່​ຂອງ ຍີ່ປຸ່ນ ຊີ້​ແຈ້ງ​ວ່າ​ພາຫະນະອຸປະກອນ​ປ້ອງ​ກັນຊາ​ດ​ແມ່ນ​ເຄື່ອງມື​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ່​ຄື​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ