ຍີ່ປຸ່ນຮຽກຮ້ອງ NATO ແລະ ອັງກິດຮ່ວມມືໃນ ກໍລະນີຊາວຍີ່ປຸນ 2 ຄົນຖືກຈັບເປັນຕົວປະກັນ

ຍີ່ປຸ່ນຮຽກຮ້ອງ NATO ແລະ ອັງກິດຮ່ວມມືໃນ ກໍລະນີຊາວຍີ່ປຸນ 2 ຄົນຖືກຈັບເປັນຕົວປະກັນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່​ນ Shinzo Abe
ພາບ:tamnhin.net

(vovworld)-​​ວັນ​ທີ 20/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່​ນ Shinzo Abe ກ່າວ​ປະ​ນາມ ການ​ກະ​ທຳ​ຂອງ​ກຸ່ມ ລັດ​ອິດ​ສະ​ລາມ IS ເມື່ອ​ຈັບ​ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ 2 ຄົນ ແລະ ທວງ​ເອົາເງິ​ນ​ໄຖ່ ພ້ອມ​ທັງ​ຮຽກ​ຮ້ອງ​ກຸ່ມ IS ຈົ່ງ​ປ່ອຍ​ຕົວ​ໃຫ້ຕົວ​ປະ​ກັນ 2 ຄົນ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊ​ຸມ​ຂ່າວ​ໃນ​ການ​ຢ້ຽມ​ຢາມ Jelusalem, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ຍີ່​ປຸ່ນ ພວມກວດ​ກາ​ຄວາມ​ຊັນ​ເຈນ​ຂອງ Video ທີ່ IS ນາບ​ຂູ່​ຈ​ະ​ເຂັ່ນ​ຂ້າ​ຕົວ​ປະ​ກັນ​ຊາວຍີ່​ປຸ່ນ 2 ຄົນ ຖ້າ​ຫາກ ໂຕ​ກຽວ ບໍ່​ຈ່າຍ​ຈຳ​ນວນ​ເງິນ 200 ລ້ານ USD ໃນ​ເວ​ລາ 72 ຊົ່ວ​ໂມງ. ຕາມ​ທ່ານ Shinzo Abe ແລ້ວ, ລັດ​ຖະ​ບານ ຍີ່​ປຸ່ນ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຕົວ​ປະ​ກັນ 2 ຄົນ​ດັ່ງ​ກ່າວ​ຖືກ​ປ່ອຍ​ຕ​ົວ​ຢ່າງ​ປອດ​ໄພ ແລະ ບໍ່ປະ​ນິ​ປະ​ນອມ​ພວກກໍ່ການ​ຮ້າຍ ພ້​ອມ​ທັງ​ໃຫ້​ຮູ້​ວ່າ ຈະ​ສືບ​ຕືບ​ຕໍ່​ປະ​ຕິ​ບັດ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ປອດ​ການ​ທະ​ຫານ ລວມ​ມູນ​ຄ່າ 200 ລ້ານ USD ຄື​ດັ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພື່ອ​ຫນູນ​ຊ່ວຍບັ້​ນ​ຮົບ​ການ​ທະ​ຫານ​ຕ້ານ IS ໃນ​ໂອ​ກາດ​ຢ້ຽມ​ຢາມ ຕາ​ເວັນ​ອອກ​ກາງ​ໃນ​ອາ​ທິດນີ້.

ຂ່າວ/ບົດ​ອື່ນ