ຍີ່ປຸ່ນແລະຈໍແດນເປັນເອກະພາບເພີ່ມທະວີການຮ່ວມມືຕ້ານIS

ຍີ່ປຸ່ນແລະຈໍແດນເປັນເອກະພາບເພີ່ມທະວີການຮ່ວມມືຕ້ານIS - ảnh 1
ການ​ນຳ​ຈໍ​ແດນ ແລະ ຍີ່​ປຸ່ນ
(ພາບ: REUTERS)

(vovworld) – ວັນ​ທີ 20/11, ຍີ່​ປຸ່ນ ແລະ ຈໍ​ແດນ ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ຮັບ​ມື​ກັບ​ໄພ​​ພິ​ບັດ​ໂດ​ຍ​ກຸ່ມ​ທະ​ຫານ​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງກໍ່​ຂຶ້ນ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ບັ້​ນ​ຮົບ​ຮັກ​ສາ​ສັນ​ຕິ​ພາບກໍ່​ຄືຫຼາຍ​ຂົງ​ເຂດ​ອື່ນໆ​ອີກ. ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ກ່​າວ​ໂດຍ​ການນ​ຳ 2 ປະ​ເທດ​ຍົກ​ອອກ​ມາ​ໃນ​ຖະ​ແຫຼງ​ການ​ຮ່ວມ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ຈໍ​ແດນ Abdullah 2.

        ຕາມ​ຖະ​ແຫຼງ​ການ​ຮ່ວມ​ແລ້ວ, ໃນ​ກາ​ນ​ເຈ​ລະ​ຈາ​ຢູ່​ຫ້ອງ​ວ່າ​ການ​ລັດ​ຖະ​ບານ ຍີ່​ປຸ່ນ ຢູ່​ນະ​ຄອນຫຼວງ ໂຕ​ກຽວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຕີ​ລາ​ຄາ​ສູງ​​ການ​ຊ່ວຍ​ເຫຼືອມະ​ນຸດ​ສ​ະ​ທຳ​ຂອງ ຈໍ​ແດນ ​ໃຫ້​​ແກ່ບັນ​ດາ​ຜູ້ຫຼີ້​ໄ​ພຈາກ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ, ພ້ອ​ມ​ທັງ​ປະ​ກາດ​ແຜນ​ການ​ສະ​ໜອງ​ບ້ວງ​ໜູນ​ຊ່ວຍ​ພັດ​ທະ​ນາ​ທາງ​ການ​ຂອງ​ໂຕ​ກຽວ ທີ່​ມີ​ມູນ​ຄ່າ 2,4 ຕື້ ເຢັນ ໃຫ້​ແກ່ ຈໍ​ແດນ. ການ​ນຳ 2 ທ່ານກໍ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ກາ​ນ​ຮ່ວມ​ມື​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ ແລະ ສະ​ຖຽ​ນ​ລ​ະ​ພາບ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຮຽກ​ຮ້ອງ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕີນ ບັນ​ລຸ​ໄດ້​​ວິ​ທີ​ແກ້​ໄຂ 2 ລັດ ຜ່ານ​​ບັນ​ດາມາດ​ຕະ​ການ​ສັນ​ຕິ​ພາບ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ