ຍີ່ປຸ່ນແລະບັນດາປະເທດບໍ່ປະຈຳການສະພາຄວາມໝັ້ນຄົງສປຊຈັດກອງປະຊຸມກ່ຽວກັບບັນຫາສປປ.ເກົາຫຼີ

ຍີ່ປຸ່ນແລະບັນດາປະເທດບໍ່ປະຈຳການສະພາຄວາມໝັ້ນຄົງສປຊຈັດກອງປະຊຸມກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1
ແຜນ​ການ​ຍິງ​​ລູກ​ສອນ​ໄພ​ນຳດາວ​ທຽມ​ສ​ປ​ປ.ເກົາ​ຫຼີ
(ພາບ​ປະ​ກອບ: Yonhap/TTXVN)


(vovworld) –​ ວັນ​ທີ 04/02, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Seiji Kihara ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ຜູ້​ຕ​າງ​ໜ້າ​ຂອງ 9 ປະ​ເທດກຳ​ມະ​ການບໍ່​ປະ​ຈ​ຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ ກ່ຽວ​ກັບ​ບັນ​ຫາ​ສ​ປ​ປ.ເກົາ​ຫຼີ. ກ່າວ​ຄຳ​ເຫັນ​ທີ​ກອງ​ປະ​ຊຸມ, ທ່ານ Seiji Kihara ໃຫ້​ຮູ​້​ວ່າ, ຍີ່​ປຸ່ນ ປາດ​ຖະ​ໜາ ຢາກ​ສົມ​ທົບ​ກັນ​ກັບ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ເພື່ອ​ຮຽກ​ຮ້ອງ​ ສ​ປ​ປ.ເກົາ​ຫຼີ ຈົ່ງ​ລະ​ງັບ​ໃຈ, ໃນ​ນັ້ນ​ມີ​ທັງ​ແຜນ​ການ​ຍິງ​ລູກ​ສອນ​ໄ​ພ​ຂອງ​ພຽງ​ຢາງ. ກອງ​ປະ​ຊຸ​ມ​ຖືກ​ດຳ​ເນີນ​ໃນ​​ສະ​ພາບ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມະ​ຕິ​ສະ​ບັບ​ໃໝ່ ແນ​ໃສ່​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ທີ່​ແຂງ​ແຮງກວ່າ ສຳ​ລັບ​ສ​ປ​ປ.ເກົາ​ຫຼີ ພາຍ​ຫຼັງ​ການ​ໂທດ​ລອງ​ລະ​ເບີດ​ນິວ​ເຄຼຍ ເມື່ອ​ເດືອນ 01/2016. ​ກ່ອນ​ໜ້ານັ້ນ, ພຽ​ງ​ຢາງ​ ໄດ້​ແຈ້ງ​ແຜນ​ການ​ຍິງ​​ລູກ​ສອນ​ໄພ​ນຳດາວ​ທຽມ ​ໃນ​ໄລ​ຍະເວ​ລາແຕ່​ວັນ​ທີ 08 – 25/02.

      ໃນ​ເຫດ​ການ​ທີ່​ກ່​ຽ​ວ​ຂ້ອງ, ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດລັດ​ເຊຍ ​ໄດ້ອອກ​ຖະ​ແຫຼງ​ການຮຽກ​ຮ້ອງ​ສ​ປ​ປ.ເກົາ​ຫຼີ ປະ​ລະ​ແຜນ​ການ​ຍິງ​ລູກ​ສອນ​ໄພ​ໃນ​ເດືອນນີ້ ເພື່ອ​ຫຼີິກ​ລ້ຽງ​ບໍ່​ໃຫ້​​ສະ​ພາບ​ເຄັ່ງ​ຕຶງ​ຂຶ້​ນ​ຕື່ມ​.

ຂ່າວ/ບົດ​ອື່ນ