ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015

ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015 - ảnh 1
ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015 - ảnh 2ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015 - ảnh 3ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Minoru Kiuchi
(ພາບ: mofa.go.jp)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຖືກ​ດຳ​ເນີນ​ໄປ​ຢູ່​ ໂຕ​ກຽວ ໃນ​ວັນ​ທີ 19/2, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Minoru Kiuchi ໃຫ້​ຮູ້​ວ່າ: ບັນ​ດາ​ການ​ນຳ​ຍີ່​ປຸ່ນ ແລະ ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ (ເຊິ່ງ​ລວມ​ມີ: ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຫວຽດ​ນາມ) ຈະ​ໂຮມ​ປະ​ຊຸມ​ໃນ​ເດືອນ 7 ຈະ​ມາ​ເຖິງ​ເພື່ອ​ວາງ​ອອກ​ຍຸດ​ທະ​ສາດ​ໃໝ່​ເຊື່ອມ​ຕໍ່ “ຍຸດ​ທະ​ສາດ​ໂຕ​ກຽວ 2012 ເພື່ອ​ການ​ຮ່ວມ​ມື ແມ່​ຂອງ - ຍີ່​ປຸ່ນ”. ຍຸດ​ທະ​ສາດນີ້​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ ຍີ່​ປຸ່ນ ແລະ ເຂດ​ແມ່​ນ້ຳ​ຂອງ​ໃນ​ສະ​ພາບ​ການ 2 ຝ່າຍ​ກະ​ກຽມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຮ່ວມ​ມື​ໃໝ່. ຄາດ​ວ່າ, ຍຸດ​ທະ​ສາດ​ໃໝ່​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສຸດຍອດ ຍີ່​ປຸ່ນ - ແມ່​ຂອງ ໃນ​ວັນ​ທີ 4/7 ຈະ​ມາ​ເຖິງ​ຢູ່ ໂຕ​ກຽວ ກ່ອນ​ທີ່​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ເລີ່ມ​ເຄື່ອນ​ໄຫວ​ໃນ​ປີນີ້. ທ່ານ Kiuchi ຢັ້ງ​ຢືນ​ວ່າ: ຍີ່​ປຸ່ນ ຈະ​ສືບ​ຕໍ່​ເດີນ​ຕາມ​ຈຸດ​ໝາຍ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ມີ​ຄຸນ​ນະ​ພາບ​ສູງ​ເພື່ອ​ຮັບ​ໃຊ້​ໃຫ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ເຂດ​ແມ່​ນ້ຳຂອງ. ໃນ “ຍຸດ​ທະ​ສາດ ໂຕ​ກຽວ 2012 ເພື່ອ​ການ​ຮ່ວມ​ມື ແມ່​ຂອງ - ຍີ່​ປຸ່ນ”, ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ຈຳ​ນວນ​ເງິນ 600 ຕື້ ເຢັນ (ປະ​ມານ 6 ຕື້ USD) ໃຫ້​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.


ຂ່າວ/ບົດ​ອື່ນ