ຍີ່ປຸ່ນແລະລັດເຊຍເຫັນດີຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາສປປ.ເກົາຫຼີ

(VOVWORLD) -ຍີ່ປຸ່ນ ແລະ ລັດເຊຍ ໄດ້ເຫັນດີຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາສປປ.ເກົາຫຼີ, ພິເສດແມ່ນໃນຂອບເຂດສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຍີ່ປຸ່ນແລະລັດເຊຍເຫັນດີຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: EPA/TTXVN)

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຍົກອອກແຈ້ງການດັ່ງກ່າວໃນຖະແຫຼງການຮ່ວມກັບທ່ານປະທານາທິບໍດີລັດເຊຍ Vladimir Putin ພາຍຫຼັງການພົບປະ 2 ຝ່າຍຢູ່ນອກເວທີປາໄສເສດຖະກິດທິດຕາເວັນອອກ ຄັ້ງທີ 3 (EEF - 3) ເຊິ່ງຖືກດຳເນີນຢູ່ນະຄອນ Vladivostok ຂອງລັດເຊຍ ໃນວັນທີ 07 ກັນຍາ. ທ່ານ Abe ກໍ່ໄດ້ເນັ້ນໜັກເຖິງໄພນາບຂູ່ຈາກສປປ.ເກົາຫຼີ ແມ່ນບັນຫາຮ້າຍແຮງ ແລະ ຮຽກຮ້ອງໃຫ້ມີປະຕິກິລິຍາຢ່າງຮີບດ່ວນ. ຕາມທ່ານແລ້ວ, ນີ້ແມ່ນໄພນາບຂູ່ຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ແລະ ພາກພື້ນ, ກໍຄືກັນກັບກົນໄກບໍ່ເຜີຍແຜ່ອາວຸດນິວເຄຼຍ.

        ສ່ວນທ່ານປະທານາທິບໍດີ Vladimir Putin ກໍ່ໃຫ້ຮູ້ວ່າ, ທ່ານ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ກ່າວປະນາຢ່າງແຮງຕໍ່ເຫດຍິງທົດລອງລູກສອນໄຟນຳວິຖີຂອງສປປ.ເກົາຫຼີ ຂ້າງຜືນແຜ່ນດິນຂອງຍີ່ປຸ່ນ ໃນທ້າຍເດືອນສິງຫາ. ທ່ານກໍ່ຢືນຢັນຄືນໃໝ່ວ່າ ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຕ້ອງໄດ້ຮັບການແກ້ໄຂຜ່ານດ້ານການເມືອງ, ພ້ອມທັງຖືວ່າ, ວິກິດການດັ່ງກ່າວໄດ້ກໍ່ໄພນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ