ຍີ່ປຸ່ນແລະລາວເພີ່ມທະວີການພົວພັນ

ຍີ່ປຸ່ນແລະລາວເພີ່ມທະວີການພົວພັນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສິສຸ​ລິດ

(vovworld) - ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພວມ​ວາງ​ແຜນການ​ຢ້ຽມຢາມ ລາວ ​ໃນ​ເດືອນ 9 ຈະ​ມາ​ເຖິງ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ເຖິງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ). ຂໍ້​ມູນ​ຂ່າວດັ່ງ​ກ່າວ​​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຍົກ​ອອກ​ເມື່ອ​ວັນ​ທີ 28/05 ​ໃນ​ການ​ພົບ​ປະກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສິສຸ​ລິດ ຢູ່ Nagoya ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ເນັ້ນ​ໜັກ​​ວ່າ: ຢາກ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ກັບ ລາວ. ຍີ່ປຸ່ນ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ ລາວ ​ໃນ​ການ​ຊຸກຍູ້​ການເຊື່ອມ​ໂຍງ​ເສດຖະກິດ​ຢູ່ 5 ປະ​ເທດ​ເປັນ​ສະມາ​ຊິກ ອາ​ຊຽນ ຢູ່ລຽບ​ຕາມ​ແມ່ນ້ຳຂອງ. ສ່ວນ​ທ່ານ​ນາຍ​ົກລັດຖະມົນຕີ ລາວ ທອງ​ລຸນ ສິສຸ​ລິດ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ 2 ຝ່າຍ ຈະ​ເປີດ​ກ້ວາງ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ.

        ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສິສຸ​ລິດ ມີ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ ພາຍຫລັງ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ​ 1 ເດືອນ. ກ່ອນ​ໜ້າ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສິສຸ​ລິດ ​​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີ​ດກ້ວາງ ທີ່​ສິ້ນ​ສຸດ​ໃນ​ວັນ​ທີ 27/05 ຢູ່​ແຂວງ Mie ຂອງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ