ຍີ່ປຸ່ນແລະສ.ເກົາຫຼີເຫັນດີຮັກສາກຳລັງດັນສູງສຸດສຳລັບສປປ.ເກົາຫຼີ

(VOVWORLD) -ວັນທີ 12 ມີນາ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ, ປະເທດນີ້ ແລະ ສ.ເກົາຫຼີ ໄດ້ເຫັນດີນຳກັນຮັກສາກຳລັງດັນຢ່າງສູງສຸດສຳລັບສປປ.ເກົາຫຼີ

ຍີ່ປຸ່ນແລະສ.ເກົາຫຼີເຫັນດີຮັກສາກຳລັງດັນສູງສຸດສຳລັບສປປ.ເກົາຫຼີ - ảnh 1ຍີ່ປຸ່ນແລະສ.ເກົາຫຼີເຫັນດີຮັກສາກຳລັງດັນສູງສຸດສຳລັບສປປ.ເກົາຫຼີ

(ພາບ: Kyodo/TTXVN)

ຈົນກວ່າ ພຽງຢາງ ຈະມີການກະທຳຢ່າງລະອຽດເພື່ອມຸ່ງໄປເຖິງການແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບໂຄງການລູກສອນໄຟ ແລະ ອາວຸດນິວເຄຼຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງໂຕກຽວ ພາຍຫຼັງການພົບປະກັບຜູ້ອຳນວຍການອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ ທ່ານ Suh Hoon, ທ່ານລັດຖະມົນຕີການຕ່າງປະເທດ Kono ໄດ້ປະຕິເສດເປີດເຜີຍການເຄື່ອນໄຫວລະອຽດແມ່ນຫຍັງ ກໍຄືຍີ່ປຸ່ນ ອາດຈະມີທັດສະນະທີ່ນິ້ມນວນກວ່າກ່ຽວກັບການເຄື່ອນໄຫວເຊິ່ງໄດ້ຮັບຖືວ່າແມ່ນເງື່ອນໄຂຕັດສິນໃຫ້ບັນດາການເຈລະຈາກັບສປປ.ເກົາຫຼີ ຫຼື ບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ