ຍີ່ປຸ່ນແລະອາເມລິກາເພີ່ມທະວີການຮ່ວມມື,ມຸ່ງໄປສູ່ອະນາຄົດ

ຍີ່ປຸ່ນແລະອາເມລິກາເພີ່ມທະວີການຮ່ວມມື,ມຸ່ງໄປສູ່ອະນາຄົດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປ​ຸ່ນ Shinzo Abe ໄດ້​ເດີນ​ທາງ​ໄປເຖິງ Hawaii
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 26/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປ​ຸ່ນ Shinzo Abe ໄດ້​ເດີນ​ທາງ​ໄປເຖິງ Hawaii, ປະ​ເທດ​ອາ​ເມ​ລິ​ກາ ແລະ ຈະ​ຈັດ​ກອງ​ປ​ະ​ຊຸມ 2 ຝ່າຍ​ຂັ້ນ​ສູງ​ສຸດ​ທ້າຍ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Brack Obama. ເມື່ອ​ແລກ​ປ່ຽນ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່​ສະ​ໜາມ​ບິນ Haneda ​ນະ​ຄອນ​ຫຼວງ ໂຕ​ກຽ​ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ໄດ້​ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ໂຕ​ກຽວ ແລະ ວໍ​ຊິງ​ຕັນ​ ສຳ​ລັບ​ອະ​ນາ​ຄົດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຈ​ະ​ແມ່ນ​ການ​ນຳ​ພວມ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ທຳ​ອິດ​ຂອງ​ຍີ່​ປຸ່ນ ​ໄປຢ້ຽມ​ຢາມ Hawaii, ເຊິ່ງ​ແມ່ນ​ແຫ່ງ​​ທີ່ກ່ອນ​ນີ້ 75 ປີ ຟາດ​ຊິດ ຍີ່​ປ​ຸ່ນ ​ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໂດຍ​ບັງ​ເອີນ​ໃສ່ກຳ​ລັງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ ໃຫ້​ຮູ້​ວ່າ, ຈຸດ​ປະ​ສົງ​ຂອ​ງ​ການ​ຢ້ຽ​ມ​ຢາມ Hawaii ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ບໍ່​ແມ່ນ​ເພື່ອ​ຂໍ​ໂທດ, ຫາກ​ແທນ​ທີ່ນັ້ນ​ແມ່ນ​ສະ​ແດງຄວາມ​ເຄົາ​ລົບ​ສຳ​ລັບ​ບັນ​ດາ​ຜູ້​ປະ​ສົ​ບ​ເຄ​າ​ຮ້າຍ. ສິ່ງ​ດັ່ງ​ກ່າວກໍ່​ຄ້າຍ​ຄື​ກັນ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ເຖິງ​ຍີ່​ປຸ່ນ ເມື່ອ​ເດືອນ 05 ຜ່ານ​ມາ.

ຂ່າວ/ບົດ​ອື່ນ