ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ780ລ້ານUSDໃຫ້Palestine

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ780ລ້ານUSDໃຫ້Palestine - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ແລະ
ທ່ານ​ປະທານາທິບໍດີ Palestine Mahmoud Abbas
(ພາບGetty Images)

(vovworld) – ​ ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ອຳ​ນາດ​ການ​ປົກຄອງ Palestine Mahmoud Abbas ທີ່ພວມ​ຢູ່​ຢ້ຽມຢາມ ​ໂຕ​ກຽວ ນັ້ນທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜອງບ້ວງ​ທຶນ​ຊ່ວຍ​ເຫຼືອ​ມະນຸດສະທຳທີ່ມີ​ມູນ​ຄ່າ 780 ລ້ານ USD ​ໃຫ້ Palestine. ຊົມ​ເຊີຍ​ການ​ຊ່ວຍ​ເຫຼືອ​ຂອງ​ ຍີ່ປຸ່ນ, ທ່ານ Abbas ​ເວົ້າ​ວ່າ: “ບ້ວງ​ເງິນ​ຊ່ວຍ​ເຫຼືອ​ນີ້ ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ການສ​້າງລະບອບ​ລະບຽບ​ການ ກໍ່​ຄື​ການ​ພັດທະນາ​ເສດຖະກິດ​ຂອງ Palestine”. ທ່ານ Abbas ກໍ່​ຮຽກຮ້ອງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສັນຕິພາບ​ສາກົນ ກໍ່​ຄື​ສ້າງ​ຕັ້ງ​ກົນ​ໄກ​ສາກົນ ​ເພື່ອ​ຢຸດຕິ​ການຢືດຄອງ​ຂອງ Israel ​ໃນ​ບັນດາ​ເຂດ​ແຄ້ວ​ນຂອງ Palestine. ທ່ານ​ປະທານາທິບໍດີ Palestine ກໍ່​ກ່າວ​ເຕືອນ​ວ່າ ບັນດາ​ການ​ກະທຳ​ຂອງ Israel ​ຢູ່​ເຂກ​ແຄ້ວນທີ່ຢືດຄອງ​ໄດ້​ຂອງ Palestine ຈະ​ຫັນ​ການ​ປະ​ທະ​ກັນຈາກ​ການ​ກະທຳ​ດ້ານ​ການ​ເມືອງ​ກາຍ​ເປັນ​ການ​ປະ​ທະ​ກັນດ້ານ​ສາສະໜາ, ພ້ອມ​ທັງ ​ເນັ້ນ​ໜັກ​ວ່າ ​ປະຈຸ​ບັນອຳນາດ​ການ​ປົກຄອງ Israel ພວມກີດຂວາງ​ບັນດາ​ຄວາມ​ມານະ​ພະຍາຍາມສາກົນ ​​​​ເພື່ອ​ແນ​ໃສ່ຢຸດຕິ​ສະພາບ​ການ​ນີ້.

 

ຂ່າວ/ບົດ​ອື່ນ