ຍີ່ປຸ່ນ:ໄຟຟ້ານິວເຄຼຍຍັງຄົງແມ່ນເສົາຄ້ຳໃນນະໂຍບາຍພະລັງງານ

ຍີ່ປຸ່ນ:ໄຟຟ້ານິວເຄຼຍຍັງຄົງແມ່ນເສົາຄ້ຳໃນນະໂຍບາຍພະລັງງານ - ảnh 1
ພາບ​ປະ​ກອບ

(vovworld) –  ​ວັນ​ທີ 7/4, ບັນ​ດາ​ສະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດ​ພັກ​ປະ​ຊາ​ທິ​ປະ​ໄຕ​ເອ​ກະ​ລາດ (LDP) ກຳ​ອຳ​ນາດ ຍີ່​ປຸ່ນ ໄດ້​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຂໍ້​ສະ​ເໜີ​ໃນ​ນັ້ນ​ເນັ້ນ​ໜັ​ກວ່າ: ຍີ່​ປຸ່ນ​ຈະ​ຜະ​ລິດ​ປະ​ມານ 60% ໄຟ​ຟ້າ​ຈາກ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ໝັ້ນ​ຄົງ, ແຕ່​ຍັງ​ຄົງ​ສືບ​ຕໍ່​ອີງ​ໃສ່​ເຂົ້າ​ໃນ​ແຫຼ່ງ​ພະ​ລັງ​ງານ​ນິ​ວ​ເຄຼຍ​ໂດຍບໍ່​ຫົວ​ຊາ​ຕໍ່​ວິ​ກິດ​ການ Fukushima. ພັກ​ກ​ານ​ເມືອງ​ໂດຍ​ທ່ານ Abe ນຳ​ພາ, ໄດ້​ຊີ້​ແຈ້ງວ່າ: ພະ​ລັງ​ງານ​ນິວ​ເຄຼຍ​ຈະ​ກວມ​ເອົາ​ຢ່າງ​ໜ້ອຍ​ສຸດ​ແມ່ນ 20% ໃນ​ຍອດ​​ຈຳ​ນວນແຫຼ່ງ​​ສະ​ໜອງພະ​ລັງ​ງານ​ໄຟ​ຟ້າ. ລັດ​ຖະ​ບານ​ຍີ່​ປຸ່ນ ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອັດ​ຕາ​ສ່ວນ​ພະ​ລັງ​ງານໄຟ​ຟ້າ​ໄດ້ຮັບ​ການ​ຜະ​ລິດ​ຈາກ​ແຫຼ່ງ​ພະ​ລ​ັງ​ງານ​ອື່ນໆ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe, ທ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂັ້ນ​ສູງພັກ LDP Fukushiro Nukaga ໃຫ້​ຮູ້​ວ່າ: ຄາດ​ວ່າ​ຈະ​ກຳ​ນົດ​ອັດ​ຕາສ່ວນ​ລະ​ອຽດ “​ນັບແຕ່ນີ້​ຮອດ​ທ້າຍ​ເດືອນ 4/2015”.


ຂ່າວ/ບົດ​ອື່ນ