ຍ້ອງຍໍຊົມເຊີຍ ຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປີ 2018 10 ຄົນ

(VOVWORLD) -ຕອນຄໍ່າວັນທີ 08 ມັງກອນ, ຢູ່ອະນຸສາວະລີ ຫຼີ໊ຖ໊າຍໂຕ໋, ນະຄອນຫຼວງຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປິ 2018 ຈໍານວນ 10 ຄົນ ແລະ ງານບຸນຕ້ອນຮັບລະດູບານໃໝ່ 2019.

        ປີ 2019 ແມ່ນປີີທີ 10 ເຊິ່ງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ເຊີດຊູ ແລະ ມອບລາງວັນ “ຊາວໜຸ່ມດີເດັ່ນນະຄອນຫຼວງ”. ນີ້ແມ່ນລາງວັນຂອງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ມອບໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ມີຜົນງານ ແລະ ການປະກອບສ່ວນດີເລີດໃນບັນດາຂົງເຂດຊີວິດສັງຄັມ.

ຍ້ອງຍໍຊົມເຊີຍ ຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປີ 2018 10 ຄົນ  - ảnh 1ພິທີຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປິ 2018 (ພາບ:kinhtethudo.vn) 

        ຕາມ ທ່ານ ຫງວຽນດຶກຕ໊ຽນ, ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລ້ວ, ຊາວໜຸ່ມ 10 ຄົນ ທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ຈະສືບຕໍ່ແມ່ນແຫຼ່ງບັນດານໃຈສໍາລັບບັນດາຊາວໜຸ່ມນະຄອນຫຼວງໃນໄລຍະຈະມາເຖິງ. ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ກ່ຽວກັບຄົນລຸ້ນໜຸ່ມ ທີ່ມີຫົວຄິດປະດິດສ້າງໃນການເຊື່ອມໂຍງ ເພື່ອປະເທດຊາດ. ພ້ອມກັນນັ້ນ, ສັງຄົມກໍຮັບຮູ້ຊາວໜຸ່ມນະຄອນຫຼວງ ດ້ວຍມູມມອງທີ່ມີການປ່ຽນແປ່ງໃໝ່ຢ່າງແທ້ຈິງ, ນັ້ນແມ່ນຊາວໜຸ່ມນະຄອນຫຼວງ ໄດ້ອຸທິດຕົນ ເຮັດແນວໃດເພື່ອໃຫ້ປະເທດຊາດ ນັບມື້ນັບ ຈະເລີນຮຸ່່ງເຮືອງວີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ